ລົງເລິກການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຈີນ-ລາວ
2016-04-24 15:29:45  cri 

ວັນທີ 23 ເມສານີ້ ທ່ານຫວາງອີ້ລັດຖະມົນຕີກະຊວງການ ຕ່າງປະເທດ ສປ ຈີນໄດ້ພົບປະເຈລະຈາກັບທ່ານສະເຫຼີມໄຊກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ.



ທ່ານຫວາງອີ້ກ່າວວ່າ,ຕະຫຼອດໄລຍະ55ປີທີ່ຈີນ-ລາວສ້າງສາຍພົວພັນທາງການທູດມານີ້,ສອງປະເທດໄດ້ສະໜັບສະໜູນເຊິ່ງກັນ ແລະກັນທາງການເມືອງ,ຮ່ວມມືກັນຢ່າງຮອບດ້ານໃນດ້ານເສດຖະກິດ,ຊຸກຍູ້ໃຫ້ການພົວພັນລະຫວ່າງສອງປະເທດຂະຫຍາຍ ໄປໜ້າຢ່າງຮອບດ້ານ.ບໍ່ວ່າສະຖານະການພາຍນອກຈະປ່ຽນແປງແລະມີຄວາມສັບສົນຂຶ້ນແນວໃດ,ຈີນກໍຈະສືບຕໍ່ ຍຶດໝັ້ນະໂຍບາຍມີມິດຕະພາບຕໍ່ປະເທດ ລາວ,ຖືປະເທດລາວເປັນເພື່ອນບ້ານທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະໝູ່ຄູ່ທີ່ດີ,ຊຸກຍູ້ ໃຫ້ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງຈີນ-ລາວ ໄດ້ຮັບໝາກຜົນໃໝ່ເລື້ອຍໆ.



ທ່ານສະເຫຼີມໄຊ ກົມມະສິດກ່າວວ່າ, ລາວ-ຈີນແມ່ນປະເທດເພື່ອນບ້ານໄກ້ຄຽງທີ່ສະໜິດສະໜົມ.ປີນີ້ ແມ່ນສອງປະເທດ ສ້າງສາຍພົວພັນທາງການທູດຄົບຮອບ 55 ປີ, ເປັນປີທີ່ສຳຄັນສຳລັບການພົວພັນລະຫວ່າງສອງປະເທດ,ໃນໄລຍະທີ່ເປັນປະເທດປະທານໝູນວຽນຂອງອາຊຽນ, ລາວຍິນດີຊຸກຍູ້ໃຫ້ການພົວພັນອາຊຽນ-ຈີນຂະຫຍາຍຕົວໄປໜ້າ,ເພື່ອສະແດງໃຫ້ເຫັນເຖິງຄວາມສາມັກຄີ ແລະການຮ່ວມມືລະຫວ່າງອາຊຽນ-ຈີນ.
ຫຼັງການພົບປະ,ລັດຖະມົນຕີການຕ່າງ ປະເທດທັງສອງທ່ານ ໄດ້ຈັດກອງປະຊຸມຂ່າວຮ່ວມກັນ. ທ່ານຫວາງອີ້ກ່າວວ່າ,ສອງຝ່າຍໄດ້ແລກ ປ່ຽນຄຳເຫັນກ່ຽວກັບການພົວພັນສອງຝ່າຍກໍ່ຄືບັນຫາພາກພື້ນແລະສາກົນ,ແລະໄດ້ມີຄວາມຮັບຮູ້ທີ່ເປັນເອກະສັນກັນຢ່າງກວ້າງຄວາມຄືດັ່ງນີ້:



ໜຶ່ງ: ສອງຝ່າຍເຫັນດີເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈກັນທາງຍຸດທະສາດ ພາຍໃຕ້ສະຖານະການອັນໃໝ່,ເພີ່ມຄວາມສາມັກຄີແລະຊ່ວຍ ເຫຼືອເຊິ່ງກັນແລະກັນ. ປີນີ້ແມ່ນປີທີ່ສຳຄັນ ຊຶ່ງເປັນປີທີ່ຄົບຮອບ55 ປີແຫ່ງການສ້າງສາຍພົວພັນທາງການທູດລະຫວ່າງຈີນ-ລາວ, ສອງຝ່າຍຈະຖືໂອກາດນີ້,ເພີ່ມທະວີການເຊື່ອມຈອດກັນທາງຍຸດທະສາດການພັດທະນາ, ຊຸກຍູ້ການສ້າງສາ "ໜຶ່ງແລວທາງໜຶ່ງເສັ້ນທາງ", ດຳເນີນການຮ່ວມມືດ້ານຄວາມສາມາດການຜະລິດ, ຍາດແຍ່ງໃຫ້ກ້າວເຖິງຂັ້ນເຊັນສັນຍາຮ່ວມມືທີກ່ຽວຂ້ອງໂດຍໄວ.ສອງປະເທດຈະເຮັດວຽກກະກຽມການສ້າງ ທາງລົດໄຟຈີນ-ລາວໃຫ້ດີ ເພື່ອໃຫ້ໂຄງການນີ້ກາຍເປັນໂຄງການ ທີ່ເປັນສັນຍາລັກໃຫ້ແກ່ມິດຕະພາບຈີນ-ລາວ.ສອງຝ່າຍຍັງຈະລົງເລິກການຮ່ວມມື ໃນຂົງເຂດເສດຖະກິດການຄ້າ, ພະລັງງານ,ບຸກຄະລາກອນແລະວັດທະນະທຳ, ການປະຕິບັດກົດໝາຍແລະຄວາມໝັ້ນຄົງ ແລະອື່ນໆ,ເພື່ອເພີ່ມເນື້ອໃນໃໝ່ໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ.

ສອງ: ສອງຝ່າຍເຫັນດີຮ່ວມມືຢ່າງໃກ້ຊິດໃນວຽກງານສາກົນແລະພາກພື້ນ. ປີນີ້ແມ່ນປີທຳອິດຂອງປະຊາຄົມອາຊຽນ, ກໍ່ແມ່ນປີທີ່ສ້າງການພົວພັນຄູ່ສົນທະນາລະຫວ່າງຈີນ-ອາຊຽນຄົບຮອບ 25 ປີ,ຈີນຈະສືບຕໍ່ສະໜັບສະໜູນການກໍ່ສ້າງປະຊາຄົມອາຊຽນ, ສະໜັບສະໜູນໃຫ້ອາຊຽນມີບົດບາດສຳຄັນໃນການຮ່ວມມືພາກພື້ນ,ສະໜັບສະໜູນປະເທດລາວເປັນປະເທດປະທານໝູນວຽນ ຂອງອາຊຽນທີ່ດີ. ຈີນ-ລາວຈະປະງານສົມທົບກັນຢ່າງແໜ້ນແຟ້ນ,ຮ່ວມມືກັນກ້າວໄປໜ້າ, ສຸມໃສ່ວາລະການພັດທະນາ, ຊຸກຍູ້ການຮ່ວມມືຢ່າງຕິດແທດຕົວຈິງ,ຊຸກຍູ້ໃຫ້ການຮ່ວມມືຈີນ-ອາຊຽນກ້າວຂຶ້ນສູ່ລະດັບໃໝ່.

ສາມ: ສອງຝ່າຍຈະຮ່ວມກັນຜັນຂະຫຍາຍໝາກຜົນແຫ່ງກອງປະຊຸມຜູ້ນຳຄັ້ງທຳອິດຂອງການຮ່ວມມືແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ທີ່ຈັດຂຶ້ນໃນເດືອນມີນາ 2016 ນີ້ເປັນຢ່າງດີ.ປັດຈຸບັນ, ໂຄງການສາທິດເພື່ອ ລຶບລ້າງຄວາມທຸກຍາກຢູ່ຕາມລ້ອງແມ່ນໍ້າາຂອງ ໄດ້ເລີ່ມດຳເນີນຢູ່ 2 ບ້ານຂອງລາວແລ້ວ, ສູນຮ່ວມມືດ້ານຊັບພະຍາກອນນໍ້າຢູ່ຕາມແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ຈະສ້າງສຳເລັດໃນປີນີ້,ວຽກງານທີ່ກ່ຽວຂ້ອງກັບໂຄງການປັບປຸງທາງນ້ຳໄລຍະທີ 2 ກໍ່ພວມດຳເນີນຢູ່,ເຊິ່ງທັງໝົດເຫຼົ່ານີ້ ລ້ວນແຕ່ມີສ່ວນກ່ຽວພັນຢ່າງແໜ້ນແຟ້ນກັບຊີວິດການເປັນຢູ່ແລະການພັດທະນາຂອງປະຊາຊົນລາວ.ການຮ່ວມມືແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງທີ່ໄດ້ຮັບການຊຸກຍູ້ໄປສູ່ລວງເລິກນັ້ນ ຍ່ອມຈະນຳເອົາຄວາມຜາສຸກຫຼາຍກວ່າເກົ່າໄປໃຫ້ປະຊາຊົນບັນດາປະເທດທີ່ຢູ່ຕາມເຂດນີ້ ເຊິ່ງລວມທັງປະເທດລາວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ