ຈີ​ນ-​ບຣູ​ໄນ,ກຳປູ​​ເຈຍ​ແລະ​ລາວບັນລຸ​ຄວາ​ມເປັນ​ເອກະ​ພາບ​ຕໍ່ບັນຫາ​ທະ​ເລ​ຈີນ​ໃຕ້
2016-04-26 12:07:58  cri 
ຕາມ​ຂ່າວCRI: ຫວ່າງ​ມໍ່ໆ​ມາ​ນີ້, ​ໃນ​ໂອກາດທ່ານ ວາງຢີ້ ລັດຖະມົນຕີ​ວ່າການກະຊວງ​ການ​ຕ່າງປະ​ເທດຈີນ​ໄດ້​ເດີນທາງຢ້ຽມຢາມບຣູູ​ໄນ, ກຳປູ​ເຈຍ ​ແລະ ລາວນັ້ນ ທັງ 4 ປະ​ເທດ​ໄດ້​ເປັນ​ເອກະ​ພາບ​ຮ່ວມ​ກັນ​ກ່ຽວ​ກັບ​ບັນຫາ​ທະ​ເລ​ຈີນ​ໃຕ້.

ຄວາມ​ເປັນ​ເອກະ​ພາບ​ດັ່ງກ່າວ​ໄດ້​ສະ​ແດງ​ອອກ​ຄື ໜຶ່ງ​ ຈີ​ນ​ແລະ 3 ປະ​ເທດດັ່ງກ່າວ​ລ້ວນ​ແຕ່​ເຫັນ​ວ່າ: ບັນຫາ​ຄວາມ​ຂັດ​ແຍ່ງ​ກັນ​ຢູ່ບາງ​ເກາະດອນ​ຂອງ​ໝູ່​ເກາະ​ນານ​ຊ່າບໍ່​ແມ່ນ​ບັນຫາ​ລະຫວ່າງ​ຈີນ-ອາ​ຊຽນ,ບໍ່​ຄວນກໍ່​ໃຫ້​ເກີດ​ຜົນ​ກະທົບຕໍ່ການ​ພົວພັນ​ລະຫວ່າງ​ຈີນ-ອາ​ຊຽນ; ສອງ ຄວນ​ເຄົາລົບ​ສິດທິ​ຂອງ​ບັນດາ​ປະ​ເທດ​ໃນ​ການ​​ເລືອກວິທີ​ແກ້​ໄຂຄວາມ​ຂັດ​ແຍ້ງ​ກັນ​​ຢ່າງ​ເປັນ​ເຈົ້າ​ການຕາມ​ກົດໝາຍ​ສາກົນ, ບໍ່​ເຫັນ​ດີຕໍ່​ການ​ກະທຳ​ທີ່​ບັງຄັບ​​ໃຫ້​ຜູ້​ອື່ນຍອມ​ຮັບ​ນຳແຕ່​ຝ່າຍ​ດຽວ; ສາມ ຄວນ​ອີງ​ຕາມ​ຂໍ້​ກຳນົດ​ຂໍ້​ທີ 4 ຂອງ "ຖະ​ແຫຼ​ງການ​ແຫ່ງ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ໃນ​ທະ​ເລ​ຈີນ​ໃຕ້", ຍຶດໝັ້ນການ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ກັນ​​ເໜືອ​ດິນ​ແດນ​ແລະ​ສິດຜົນປະ​ໂຫຍ​ດທາງ​ທະ​ເລ​ໂດຍ​ຜ່ານ​ການ​ຫາລື​ກັນລະຫວ່າງ​ປະ​ເທດທີ່​ກ່ຽວຂ້ອງ; ສີ່ ຈີນ​ແລະ​ບັນດາ​ປະ​ເທດ​ອາ​ຊຽນມີ​ຄວາມ​ສາມາດຮ່ວມກັນ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ທະ​ເລ​ຈີນ​ໃຕ້​ໂດຍ​ຜ່ານ​ການ​ຮ່ວມ​ມືກັນ, ປະ​ເທດ​ຢູ່​ນອກ​ພາກ​ພື້ນ​ຄວນ​ເສີມ​ຂະຫຍາຍ​ບົດບາດຢ່າງ​ສ້າງສັນ,ບໍ່​ກ້າວ​ກ່າຍ​ການ​ແກ້​ໄຂ​ບັນຫາ​ທະ​ເລ​ຈີນ​ໃຕ້.

ຂະນະ​ທີ່ວັນ​ທີ 25 ​ເມສາ​ນີ້, ທ່ານນາງ ຮວ້າຊຸ່ນຢີງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີ​ນກ່າວ​ວ່າ: ຄວາມ​​ເປັນ​ເອກະ​ພາບຮ່ວມ​ກັນ​ດັ່ງກ່າວ​ຢູ່​ບົນ​ພື້ນຖານ​ກົດໝາຍ​ສາກົນ​ຕ່າງໆ​ລວມທັງ "ສົນທິສັນຍາ​ກົດໝາຍ​ທາງ​ທະ​ເລ​ຂອງ​ສະຫະ​ປະຊາ​ຊາດ" ທັງຖືກ​ຕ້ອງຕາ​ມຂໍ້​ກຳນົດ​​ແລະ​​ເນື້ອ​ໃນຈິດ​ໃຈ​ຂອງ "ຖະ​ແຫຼ​ງການ​ແຫ່ງ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ໃນ​ທະ​ເລ​ຈີນ​ໃຕ້" ຢ່າງ​ຮອບດ້ານ. ທັງ​ໝົດນີ້​ແມ່ນ​ຊ່ອງ​ທາງອັນ​​ແທ້​ຈິງ​ທີ່​ມີ​ຄວາມ​​ເປັນ​ໄປ​ໄດ້​​ໃນ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ກັນຂອງ​ທະ​ເລ​ຈີນ​ໃຕ້ແລະ​ປົກ​ປັກ​ຮັກສາ​ສັນຕິພາບ​ກໍ​ຄື​ສະຖຽນ​ລະ​ພາບ​ພາກ​ພື້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ