​ເຂດ​ຊາຍ​ແດນ​ພາກ​ຕາ​ເວັນ​ອອກ​ມຽນມາ​ເກີດ​ເຫດການ​ລະ​ເບີດ​ ​ເຮັດ​ໃຫ້​ມີ 50 ກວ່າ​ຄົນ​ເສຍ​ຊີວິດຫຼື​ໄດ້​ຮັບ​ບາດ​ເຈັບ
2016-05-08 14:34:57  cri 
ຕາມ​ຂ່າວCRI: ກະຊວງ​ຖະ​ແຫຼ​ງຂ່າວມຽນມາ​ແຈ້ງ​ຂ່າວ​ໃນ​ວັນ​ທີ 7 ພຶດສະພາ​ນີ້​ວ່າ, ສາງ​ອາວຸດ​ແຫ່ງ​ໜຶ່ງທີ່ຢູ່​ບໍລິ​ເວນ​​ເມືອງ​ໂມງ​ລາ​​ເຊິ່ງ​ເປັນ​ເມືອງ​ຊາຍ​ແດນຂອງລັດຊານທີ່ພາກ​ຕາ​ເວັນ​ອອກ​ມຽນມາ​ໄດ້​ເກີດ​​ເຫດການ​ລະ​ເບີດ​ໃນ​​ຕອນ​ເຊົ້າ​ຂອງ​ວັນ​ທີ 7 ພຶດສະພາ​ນີ້, ​ເຊິ່ງ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 2 ຄົນ, 50 ກວ່າ​ຄົນ​​ໄດ້​ຮັບບາດ​ເຈັບ.

ກະຊວງຖະ​ແຫຼ​ງຂ່າວ​ມຽນມາແຈ້ງ​​ໃຫ້​ຮູ້ວ່າ, ​ໃນ​ເວລາ​ປະມານ 7 ​ໂມງ 30 ນາທີຂອງ​ວັນ​ທີ 7 ພຶດສະພາ​ນີ້, ສາງ​ແຫ່ງ​ໜຶ່ງທີ່​ຫ່າງ​ຈາກ​ເມືອງ​ໂມງ​ລາ​ເຊິ່ງຂຶ້ນ​ກັບ​ເຂດ​ພິ​ເສດ​ທີ 4 ທີ່​ພາກ​ຕາ​ເວັນ​ອອກ​ຂອງລັດຊານ​ມຽນມາ​ແລະໃກ້​ກັບ​ຊາຍ​ແດນ​ແຂວງ​ຢູນນານ​ຈີນ​ໄດ້​ເກີດ​ເຫດການ​ລະ​ເບີດ 2 ຄົນໃນ​ສາງ​ໄດ້​ເສຍ​ຊີວິດ​ກັບ​ບ່ອນ, ອີກ 50 ກວ່າ​ຄົນ​​ໄດ້​ຮັບບາດ​ເຈັບ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ