ນາຍົກ​ລາວ​ຄອງ​ຄອຍ​ລາວ​ຈີນ​ສ້າງ​ເຂດ​ພັດທະນາ​ກວມ​ລວມ​ໄຊ​ເສດ​ຖາ​ເປັນ​ເຂດ​​ສາທິດ
2016-05-15 15:03:38  cri 
ວັນ​ທີ 14 ​ພຶດ​ສະພານີ້, ທ່ານ​ທອງ​ລຸນ ສີ​ສຸ​ລິດ, ນາຍົກລັດຖະມົນຕີລາວ​ໄດ້ລົງ​ໄປກວດກາ​ເຂ​ດພັດທະນາກວມ​ລວມ​ໄຊ​ເສດ​ຖາ​ນະຄອນຫຼວງ​ວຽງ​ຈັນ​​ໂດຍກ່າວ​ຄວາມ​ຫວັງວ່າ, ​ໂຄງການ​ທີ່​ລາວ​ກັບ​ຈີນ​ຮ່ວມກັນ​ພັດທະນາ​ໂຄງການ​ນີ້ ສາມາດ​ກາຍ​ເປັນ​ສາທິດ​ຂອງ​ເຂດພັດທະນາ​ຂອງລາວ, ​ແລະປະກອບສ່ວນ​ໃໝ່​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ລາວ.

​ເຂດ​ພັດທະນາ​ດັ່ງກ່າວ​ແມ່ນ​ໂຄງການ​ຮ່ວມ​ມື​ລະດັບ​ຊາດ​ທີ່​ລັດຖະບານ​ຈີນ​ກັບ​ລາວ​ຮ່ວມ​ກັນ​ກຳນົດ​ໄວ້, ກໍ​ແມ່ນ​ເຂດ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ​ລະດັບ​ຊາດ​ຢູ່​ຕ່າງປະ​ເທດ​ພຽງ​ແຫ່ງ​ດຽວ​ຂອງ​ຈີນ​ຢູ່​ລາວ, ​ເຊິ່ງຖືກ​ຈັດ​ເຂົ້າ​ໂຄງການ​ເກັບ​ກ່ຽວ​ໄລຍະ​ຕົ້ນ​ໃນ​ແຜນການ​ຍຸດ​ທະ​ສາດ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ".

ທ່ານ​ທອງ​ລຸນ​ກ່າວ​ວ່າ, ​ເຂດພັດທະນາ​ດັ່ງກ່າວ​ເນັ້ນ​ການ​ພັດທະນາ​ແບບ​ຍືນ​ຍົງ,ມີ​ ​ແຜນການ​ຢ່າງ​​ເປັນລະບຽບຮຽບຮ້ອຍ, ຫວັງວ່າການ​ສ້າງສາ​ໂຄງການນີ້ ສາມາດ​ສ້າງ​ຜົນ​ປະ​ໂຫຍ​ດຮ່ວມ​ໃຫ້​​ແກ່ປະຊາຊົນ​ທ້ອງ​ຖິ່ນ, ຊຸກຍູ້ການ​ຂະຫຍາຍຕົວ​ຂອງ​ເສດຖະກິດສັງຄົມ​ຂອງ​ນະຄອນຫຼວງ​ວຽງ​ຈັນ, ສ້າງ​ລາຍ​ຮັບ​ໃໝ່​ແກ່​ນະຄອນຫຼວງ, ຍົກ​ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາ​ຊົນ​ໃຫ້​ສູງ​ຂຶ້ນ​ຕື່ມ​ອີກ, ​ແລະຊຸກຍູ້​ລາວ​ໃຫ້​ບັນລຸ​ເປົ້າໝາຍ​ທີ່​ພົ້ນອອກ​ຈາກປະ​ເທດດ້ອຍ​ພັດທະນາ​ໃນ​ປີ 2020.

​ເຂດ​ພັດທະນາ​ນີ້​ກວມ​ເນື້ອ​ທີ່ 1149 ​ເຮັກຕາ, ຕັ້ງຢູ່​ທິດຕາ​ເວັນ​ອອກສຽງ​ເໜືອ​ຂອງ​ນະຄອນ​ວຽງ​ຈັນ, ​ແມ່ນ​ເຂດ​ໃຈກາງ​ຂອງ​ເຂດ​ຕົວ​ເມືອງ​ໃໝ່​ໃນ​ວຽງ​ຈັນ. ປັດຈຸບັນ, ​ໄດ້ສຳ​ເລັດ​ການ​ລົງທຶນ​ໃສ່ພື້ນຖານ​ໂຄງ​ລ່າງຂອງ​ເຂດພັດທະນາ ນັບ​ລວມ​ເຂົ້າ ​ຫຼາຍ​ກວ່າ 200 ລ້ານ​ໂດ​ລາ​ສະຫະລັດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ