ຫຼາຍວິ​ສາ​ຫະກິດຢູ່​ອາ​ຊຽນ​​ແລະ​ພາກ​ພື້ນ​ອື່ນໆພ້ອມ​ກໍ່ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"
2016-05-18 12:43:36  cri 

  ຕາມ​ຂ່າວສານ​ຈີນ: ວັນ​ທ 17 ພຶດສະພາ​ນີ້, ສຳ​ນັງງານ​ທະນາຍຄວາມ ​Baker & Mckenzie ສາກົນ​ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານທີ່​ພາດ​ຫົວ​ວ່າ "ການ​ຮ່ວມມື​ໃນ​ອາ​ຊຽນ: ສັນຍາການ​ຄ້າ​ແລະ​ການ​ລົງທຶນພາກ​ພື້ນ​ຂະໜາດ​ໃຫຍ່​ອາຊີ​ຈະ​ສ້າງ​ຍຸດ​ທະ​ສາດ​ການ​ຄ້າຂອງ​ອາ​ຊຽນ​ແລະ​ພາກ​ພື້ນ​ອື່ນໆ​ແນວ​ໃດ" ​ໂດຍ​ຊີ້​​ໃຫ້​ເຫັນ​ວ່າ: ວິ​ສາ​ຫະກິດ​ໃນ​ອາ​ຊຽນ​ແລະ​ພາກ​ພື້ນ​ອື່ນໆ​ເກືອບ 70% ​ໄດ້​ສະ​ສົມຊັບພະຍາກອນ​ມະນຸດ​ແລ້ວ ທັງ​ຊອກ​ຫາ​​ໂອກາດ​ເພື່ອພັດທະນາໂຄງການ​ແລະຄູ່ຮ່ວມ​ທຶນ​ກໍ​ຄື​ໂອກາດຊື້​ກິດຈະການ-ການ​ລົງ​ທຶນ; ນອກ​ນີ້​ຍັງ​ໄດ້ຍົກ​ສູງ​ຄວາມ​ສາມາດ​ໃນ​ການ​ແຂ່ງຂັນ​ໂດຍ​ຜ່ານ​​ພຶດຕິ​ກຳ​ຕົວ​ຈິງ​ເປັນ​ຕົ້ນ​ຕັ້ງ​ສຳນັກງານ​ຕົວ​ແທນໃໝ່​ແລະ​ອື່ນໆ ​ເພື່ອກຽມ​ຄວາມ​ພ້ອມ​ກໍ່ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ".

  ບົດ​ລາຍ​ງານ​ດັ່ງກ່າວ​ເປັນ​ຜົນ​ມາ​ຈາກ​ການສຳ​ຫຼວດ​ແລະ​ຄົ້ນຄວ້າຂອງ 144 ບໍລິສັດ​ໃນ​ຂົງ​ເຂດ​ຕ່າງໆ​ເຊິ່ງວິ​ສາ​ຫະກິດ​ເຫຼົ່າ​ນີ້ 59% ຄາດ​ວ່າ​ການ​ກໍ່ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ຈະ​ຊຸກຍູ້​ການພົວພັນຮ່ວມ​ມື​ລະຫວ່າງ​ວິ​ສາ​ຫະກິດ​ປະ​ເທດຕ່າງໆໆ​ແລ​ະວິ​ສາ​ຫະກິດ​ຂອງ​ຈີນ, ຂະນະທີ່ 50% ​ເຫັນ​ວ່າ​ການ​ກໍ່ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ຈະ​​ສົ່ງ​ຜົນ​ຊຸກຍູ້​ການ​ເຄື່ອນ​ໄຫວ​ຊື້​ກິດຈະການ-​ການ​ລົງທຶນ​ຢູ່ພາກ​ພື້ນ​ອາ​ຊຽນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ