ປະທານ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​​ເຂົ້າຮ່ວມ​ເວທີ​ປຶກສາ​ຫາລື​ສຸດ​ຍອດ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"
2016-05-18 16:22:59  cri 
    ຕອນ​ເຊົ້າວັນ​ທີ 18 ພຶດສະພາ​ນີ້ ຢູ່​ສູນ​ປະຊຸມ​ແລະ​ວາງສະ​ແດງ​ຮົງ​ກົງ, ທ່ານ ຈ່າງ​ເຕີ​ຈຽງ ປະທານ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ ​ໄດ້​ເຂົ້າຮ່ວມ​ເວທີ​ປຶກສາ​ຫາລື​ສຸດ​ຍອດ "ໜຶ່ງ​ແລວທາງ​ໜຶ່ງ​ເສັ້ນທາງ" ທີ່​ຈັດ​ໂດ​ຍອົງການ​ປົກຄອງ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ ​ແລະ​ກ່າວ​ປາ​ໄສ​ ​ໂດຍ​ໄດ້ຍົກ​ໃຫ້​ເຫັນ​ໂອກາດ​ທີ່​ມາ​ຈາກ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ຢ່າງ​ພາວະ​ວິ​ໄສ.

    ທ່ານ ຈ່າງ​ເຕີ​ຈ່ຽງ ຊີ້​ໃຫ້​ເຫັນ​ວ່າ, ການ​ກໍ່ສ້າງ "ໜຶ່ງ​ແລວທາງ​ໜຶ່ງ​ເສັ້ນທາງ" ​ແມ່ນ​ມາດ​ຕະການ​ທີ່ຍິ່ງ​ໃຫຍ່ຂອງ​ຈີນ​ໃນ​ການ​​ໄຂ​ປະຕູ​ສູ່​ໂລກ​ພາຍ​ນອກ​ຢ່າງຮອບດ້ານ​ພາຍ​ໃຕ້​ເງື່ອນ​ໄຂ​ປະຫວັດສາດ​ອັນ​ໃໝ່​ອ່ຽມ, ຈີນ​ແມ່ນ​ຜູ້​ລິ​ເລີ່​ມ​ແລະ​ຜູ້​ຊຸກຍູ້ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ", ​ແຕ່​ການ​ກໍ່ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ນັ້ນ ບໍ່​ແມ່ນ​ວຽກ​ງານ​ຂອງ​ຈີນ​ປະ​ເທດ​ດຽວ. ​ແນວ​ໃດ​ກໍ​ດີ, "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ສົ່ງ​ເສີມ​ໃຫ້​ປະ​ເທດ​ຕ່າງໆ​ລ້ວນ​ແຕ່​ເຂົ້າຮ່ວມ​ແລະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຫາກ​ບໍ່​ແມ່ນ​ປະ​ເທ​ດດຽວ, ສົ່ງ​ເສີມ​ໃຫ້​ພັດ​ທະ​ນາ​ຮ່ວມ​ກັນ ຫາກ​ບໍ່​ແມ່ນ​ຝ່າຍ​ໃດ​ຊະນະ​ຕ້ອງ​ມີ​ຝ່າຍ​ອື່ນ​ເສຍ​, "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ບໍ່​ແມ່ນ​ແລວ​ທາງ​ນ້ອຍ​ສ່ວນ​ຕົວ, ຫາກ​ແມ່ນ​ເສັ້ນທາງ​ໃຫຍ່​ຂອງ​ຝ່າຍ​ຕ່າງໆ​​ເພື່ອ​ຄວາມ​ກ້າວໜ້າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ