ທູດ​ຈີນ​ປະຈຳ​ອາ​ເມ​ລິ​ກາຊີ້ອາ​ເມ​ລິ​ກາ​ສືບ​ຕໍ່​ສົ່ງ​ກຳ​ປັ່ນ​ແລະ​ຍົນ​ທະຫານ​ໄປ​ທະ​ເລ​ຈີນ​ໃຕ້​ຈະ​ເຮັດ​ໃຫ້​ບັນຫາ​ນີ້​ກາຍ​ເປັນ​ບັນຫາ​ການ​ທະຫານທີ່​ແທ້ຈິງ
2016-05-20 11:48:22  cri 

ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ​ສຸ່ຍຖ່ຽນຄາຍ ​ເອກອັກຄະ​ລັດຖະທູດ​ຈີນ​ປະຈຳ​ອາ​ເມ​ລິ​ກາ​ໄດ້ກ່າວ​ປາຖະ​ກະຖາ​ຢູ່ສູນ​ແຫ່ງ​ປັນຍາ​ແຫ່ງ​ໜຶ່ງ​ທີ່​ອາ​ເມ​ລິ​ກາ ​ໂດຍ​ເຕືອນ​ວ່າ, ຖ້າວ່າ​ລັດຖະບານ​ອາ​ເມ​ລິ​ກາຍັງ​ບໍ່​ປ່ຽນ​ແປງ​ພຶດຕິ​ກຳຂອງ​ຕົນທີ່​ສົ່ງ​ກຳ​ປັ່ນ​ແລະ​ຍົນ​ທະຫານ​ໄປ​ສູ່​ທະ​ເລ​ຈີນ​ໃຕ້​ແລ້ວ  ກໍຈະ​ເຮັດ​ໃຫ້​ບັນຫາ​ທະ​ເລ​ຈີນ​ໃຕ້​ກາຍ​ເປັນ​ບັນຫາ​ການ​ທະຫານ. ແນວໃດກໍດີຂໍ​ຮຽກຮ້ອງ​ໃຫ້​ສອງ​ປະ​ເທດ​ຈີນ-ອາ​ເມ​ລິ​ກາ​ຄວບ​ຄຸມ​ຄວາມ​ຂັດ​ແຍ້ງ​ກັນ​ຢ່າງ​ແທ້​ຈິງ ​ແລະ​ມີ​ລັກສະນະ​ສ້າງສັນ, ເພື່ອ​ບໍ່​ໃຫ້​ຄວາມ​ຂັດ​ແຍ້ງ​ເຫຼົ່າ​ນີ້​ກາຍ​ເປັນບັນຫາທີ່ບໍ່ສົ່ງຜົນດີຕໍ່ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ.

ທ່ານ​ສຸ່ຍຖ່ຽນຄາຍ​ກ່າວ​ເນັ້ນ​ວ່າ, ໜ້າ​ທີ່ບູລິມະສິດ​ອັນ​ດັບ​ໜຶ່ງ​ຂອງ​ຈີນ​ແມ່ນ​ລົງ​ເລິ​ກການ​ປະຕິ​ຮູບ​ຢ່າງຮອບດ້ານ ​ແລະຫັນເປັນ​ທັນ​ສະ​ໄໝ​ຢ່າງ​ແທ້​ຈິງ, ຂະນະ​ທີ່​ເປົ້າ​ໝາຍ​ອັນ​ດັບ​ໜຶ່ງ​ຂອງ​ການ​ຕ່າງປະ​ເທດ​ຈີນຄື​ຍາດ​ແຍ່ງສ້າງ​ໃຫ້​ສະພາບ​ແວດ​ລ້ອມ​ພາຍ​ນອກ​ທີ່​ມີ​ສັນຕິພາບ​ ແລະ​ມີ​ຜົນ​ດີ. ຈາກ​ນີ້ ຈີນຈິ່ງ​ຕ້ອງການ​ສ້າງ​ການ​ພົວພັນ​ທີ່​ຕັ້ງໜ້າ​ແລະ​ໝັ້ນຄົງ​ກັບ​ອາ​ເມ​ລິ​ກາ, ​​ແຕ່ໃນຂະນະອາ​ເມ​ລິ​ກາ​ທຳລາຍ​​​ຜົນ​ປະ​ໂຫຍ​ດຂອງ​ຈີນນັ້ນ, ​ແນ່ນອນ​ວ່າ​ຈີນຕ້ອງເດັດດ່ຽວ​ປົກ​ປັກ​ຮັກສາ​ ​ຜົນ​ປະ​ໂຫຍ​ດຂອງ​ຕົນ​ເອງ​ຢ່າງ​ແຂງ​ແຮງ, ​ແລະ​ຮຽກຮ້ອງ​ໃຫ້​ອາ​ເມ​ລິ​ກາ​ຈົ່ງປ່ຽນ​ແປງການ​ປະພຶດ​ຂອງ​ຕົນ, "​ແຕ່ການ​ເຮັດ​ແນວ​ນີ້​ບໍ່​ແມ່ນ​ເພື່ອ​ທ້າ​ທາຍ​ຕໍ່​ຖານະອາ​ເມ​ລິ​ກາ ​ແລະ​ກໍ​ບໍ່​ແມ່ນການ​ຢາກ​ຈະ​​ເຂົ້າ​ແທນ​ທີ່ອາ​ເມ​ລິ​ກາ​ແຕ່​ປະການ​ໃດ".

ທ່ານ​ສຸ່ຍຖ່ຽນຄາຍ​ກ່າວ​ວ່າ, ການ​ທີ່ອາ​ເມ​ລິ​ກາ​ກ່າວຢ້ຳຄັດຄ້ານ​ບໍ່​ໃຫ້​ບັນຫາ​ທະ​ເລ​ຈີນ​ໃຕ້​ກາຍ​ເປັນ​ບັນຫາ​ການ​ທະຫານ ​ແຕ່​ຄວາມ​ຈິງ​ແລ້ວ: ອາ​ເມ​ລິ​ກາພັດ​ສົ່ງ​ກຳ​ປັ່ນ​ ​ແລະ​ຍົນ​ທະຫານ​ໄປ​ທະ​ເລ​ຈີນ​ໃຕ້​ຢ່າງ​ຕໍ່​ເນື່ອງ, ​ການ​ກະທຳ​ຄື​ລັກສະນະ​ນີ້​ຖ້າວ່າ​ບໍ່​ຖືກ​ຈຳກັດ ກໍ​ຈະ​ເຮັດໃຫ້​ບັນຫາ​ທະ​ເລ​ຈີນ​ໃຕ້​ກາຍ​ເປັນ​ບັນຫາ​ການ​ທະຫານທີ່​ແທ້ຈິງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ