​ໂຄສົກຫ້ອງການ​ວຽກ​ງານ​ໄຕ້​ຫວັນ​ຂອງ​ລັດຖະບານ​ຈີນ​ແຈ້ງ​ທ່າ​ທີ​ຕໍ່​ກົນ​ໄກພົວພັນ​ແລ​ກປ່ຽນລະຫວ່າງອົງການ​ຕົນ​ແລະ​ຄະນະ​ກຳມະການ​ຈີນ​ແຜ່ນດິນ​ໃຫຍ່ຂອງ​ໄຕ້​ຫວັນ
2016-05-21 16:56:33  cri 
  ຂ່າວສານ​ຊິນ​ຮວາ​ລາຍ​ງານ​ວ່າ: ພາຍຫຼັງພັກປະຊາທິປະ​ໄຕ​ກ້າວໜ້າ​ຂອງໄຕ້​ຫວັນ​ຂຶ້ນ​ກຳ​ອຳນາດ​ແລ້ວ​ໃນວັນ​ທີ 21 ພຶດສະພາ​ນີ້​​​, ຕໍ່​ກັບບັນຫາທີ່​ກົນ​ໄກພົວພັນ​ແລ​ກປ່ຽນລະຫວ່າງຫ້ອງການ​ວຽກ​ງານ​ໄຕ້​ຫວັນ​ຂອງ​ລັດຖະບານ​ຈີນ​​ແລະ​ຄະນະ​ກຳມະການ​ຈີນ​ແຜ່ນດິນ​ໃຫຍ່ຂອງ​ໄຕ້​ຫວັນຈະ​ສາມາດ​ສືບ​ຕໍ່​ດຳ​ເນີນ​ໄປ​ໄດ້​ຫຼື​ບໍ່, ທ່ານ ມາ​ສ້ຽວ​ກວ່າງ ໂຄສົກຫ້ອງການ​ວຽກ​ງານ​ໄຕ້​ຫວັນ​ຂອງ​ລັດຖະບານ​ຈີນ​ໄດ້​ກ່າວ​ວ່າ, ພຽງ​ແຕ່​ຍຶດໝັ້ນ "ຂໍ້​ຕົກລົງ​ປີ 1992" ​ເຊິ່ງ​ເປັນ​ພື້ນຖານ​ທາງ​ການ​ເມືອງ​ຮ່ວມທີ່ສ່ອງ​ແສງ​ໃຫ້​ເຫັນ​ຫຼັກ​ໝັ້ນປະ​ເທດ​ຈີນດຽວ​​ເທົ່າ​ນັ້ນ​ແລ້ວ, ກົນ​ໄກ​ດັ່ງກ່າວ​ຈຶ່ງສາມາດສືບ​ຕໍ່​ດຳ​ເນີນ​ໄປ​ໄດ້. ທ່ານ ມາ​ສ້ຽວ​ກວ່າ​ງ ກ່າວ​ຕື່ມ​ວ່າ, ນັບ​ແຕ່​ເດືອນ​ກຸມພາ​ປີ 2014 ​ເປັນ​ຕົ້ນ​ມາ, ສອງ​ອົງການ​ດັ່ງກ່າວ​ໄດ້​ຕັ້ງ​ສາຍ​ດ່ວນ​ລະຫວ່ງສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​​​ແລະ​ໄດ້​ຮັກສາການ​ພົວພັນ​ກັນຢ່າງ​ໃກ້ຊິດ​​ທັງ​ໄດ້​ຮ່ວມ​ມືແກ້​ໄຂ​ບັນຫາ​ອ່ອນ​ໄຫວ​ແລະ​ສັບສົນເປັນ​ຈຳນວນຫຼາຍ ​ເຊິ່ງ​ໄດ້​ຮັບການ​ຍ້ອງຍໍໂດຍ​ທົ່ວ​ໄປຈາກ​ວົງ​ການ​ຕ່າງໆ​ຂອງ​ສອງ​ຝັ່ງ.

  ມື້​ດຽວ​ກັນ, ຜູ້​ຮັບຜິດຊອບຂອງສະມາຄົມ​ສາຍ​ພົວພັນ​ລະຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ ຫຼື ARATS ​​ກໍໄດ້​ແຈ້ງ​ທ່າ​ທີຕໍ່​ກົນ​ໄກພົວພັນ-​ແລກປ່ຽນພາຍໃຕ້ການມອບສິດລະຫວ່າງ​ ARATS ແລະ​ກອງ​ທຶນ​ການ​ແລກປ່ຽນລະຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ ​ໄຕ້​ຫວັນຫຼື SEF ໃນ​ອະນາຄົດໂດຍ​ກ່າວ​ວ່າ, ຈຸດປະສົງ​ແລະ​ຄວາມ​ຈິງ​ໃຈຂອງພວກເຮົາ​ໃນ​ການ​ຊຸກຍູ້​ການ​ປຶກສາ​ຫາລື​ແລະ​ເຈລະຈາ​ກັນ​ລະຫວ່າງ​ສອງ​ຝັ່ງ​ບົນ​ພື້ນຖານ "ຂໍ້​ຕົກລົງປີ 1992" ນັ້ນ​ຈະ​ບໍ່​ປ່ຽນ​ແປງ. ​ແນວ​ໃດ​ກໍ​ດີ, ຂໍພຽງ​ແຕ່​ SEF ໄດ້​ຮັບ​ການ​ມອບ​ສິດ​ແລະ​ຍຶດໝັ້ນ​ຂໍ້​ຕົກລົງ​ດັ່ງກ່າວ, ກົນ​ໄກ​ພົວພັນ-​ແລກປ່ຽນພາຍໃຕ້ການມອບສິດລະຫວ່າງ ARATS ແລະ SEF ​ກໍ​ຈະ​ສາມາດ​ສືບ​ຕໍ່​ດຳ​ເນີນ​ໄປ​ໄດ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ