ສິ່ງ​ແວ​ດລ້ອມ​ຂອງ​ເຂດ​ອາຊີ​ປາຊີ​ຟິກປະ​ເຊີນ​ກັບ​ສິ່ງ​ທ້າ​ທາຍອັນ​ມະຫາສານ
2016-05-22 15:12:16  cri 
ກ່ອນ​ຈະ​ຈັດ​ກອງ​ປະຊຸມ​ສິ່ງ​ແວດ​ລ້ອມ​ໃຫຍ່​ຄັ້ງ​ທີ​ສອງ​ຂອງ​ອົງການ​ສະຫະ​ປະຊາ​ຊາດ, ​ ​ອົງການ​ສະຫະ​ປະຊາ​ຊາດ​ເພື່ອ​ວາງ​ແຜນ​ສິ່ງ​ແວດ​ລ້ອມ​ຫຼື UNEP ​ໄດ້​ເຜີຍ​ແຜ່ບົດ​ລາຍ​ງານ​ຢູ່​ນະຄອນຫຼວງ​ໄນ​ໂຣບີ​ຂອງ​ເຄັນ​ຢາ​​ໂດຍລະບຸ​ວ່າ, ສິ່ງ​ແວດ​ລ້ອມ​ຂອງ​​ເຂດ​ອາຊີ​ປາຊີ​ຟິກພວມ​ປະ​ເຊີນ​ກັບສິ່ງ​ທ້າ​ທາຍ​ອັນ​ມະຫາສານ.

ບົດ​ລາຍ​ງານ​ສະບັບ​ນີ້​ມີ​ຫົວ​​ເລື່ອງວ່າ: "ການ​ແລ​ມອງ​ສິ່ງ​ແວດ​ລ້ອມ​ທົ່ວ​ໂລກ: ການ​ປະ​ເມີນ​ພາກ​ພື້ນ" ​ໄດ້ລະບຸ​ວ່າ, ຢູ່​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້, ຂະ​ບວນການ​ຫັນ​ເປັນ​ຕົວ​ເມືອງ​ແລະ​ ​ຊັບພະຍາ​ກອນ​ທຳ​ມະ​ຊາດ​ຖືກ​ທຳລາຍ​ໃນການ​ພັດທະນາ​ກະສິກຳ​​ແລະເຮັດ​ໃຫ້ການ​ຫັນ​ເປັນ​ທະ​ເລ​ຊາຍ​ຂຫຍາ​ຍຕົວ​ໄວ​ຂຶ້ນ​ເຊິ່ງສະ​ເລ່ຍຕໍ່​ປີ​ແລ້ວ, ມີ​ເນື້ອ​ທີ່​ທີ່​ດິນ​ຫຼາຍ​ກວ່າ 1 ລ້ານ​ເຮັດ​ຕາ​ໄດ້​ຫັນ​ເປັນ​ທະ​ເລ​ຊາຍ.

​ໃນ​ງານ​ຖະ​ແຫຼ​ງຂ່າວ​ທີ່​ປະກາດ​ບົດ​ລາຍ​ງານ​ດັ່ງກ່າວ, ທ່ານ​ເປເຕີ ຄິງ, ທີ່​ປຶກສາ​ນະ​ໂຍບາຍ​ອາວຸ​ໂສ​ຂອງ​ສະ​ຖາ​ບັນ​ຄົ້ນຄວ້າ​ຍຸດ​ທະ​ສາດ​ສິ່ງ​ແວດ​ລ້ອມ​​ໂລກກ່າວ​ວ່າ, ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ຄວນ​ເລັ່ງລັດ​ປ່ຽນ​ແປງ​ສະພາບ​ການ​ຫັນ​ເປັນ​ທະ​ເລ​ຊາຍ​ໃນ​ປັດຈຸບັນ. ພ້ອມ​ກັນ​ນັ້ນ​ທ່ານ​ໄດ້​ກ່າວ​ວ່າ, ຄວາມ​ພະຍາຍາມ​ຂອງ​ຈີນ​ໃນ​ຕ້ານ​ການ​ຫັນ​ເປັນ​ທະ​ເລ​ຊາຍ​ແລະ​ການ​ປູກ​ໄມ້ສ້າງ​ປ່າ​​ແມ່ນ​ແບບຢ່າງ​ທີ່​ດີ, ​ເຊິ່ງ​ເຮັດ​ໃຫ້​ຈີນ​ກາຍ​ເປັນ​ເນື່ອງ​ໃນ​ບໍ່​ເທົ່າ​ໃດ​ປະ​ເທດ​ທີ່​ມີ​ອັດຕາປົກ​ຫຸ້ມຂອງ​ປ່າໄມ້​ເພີ່ມ​ຂຶ້ນ​ໃນ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ