ສື່​ມວນ​ຊົນ​ຈີນ - ສ.​ເກົາຫຼີ ​ເນັ້ນ​ຫາລື​ການ​ພົວພັນ 4 ຄູ່​ຮ່ວມ​ມື
2016-05-24 16:23:12  cri 
ຕາມ​ຂ່າວCRI: ວັນ​ທີ 23 ພຶດສະພາ​ນີ້, ກອງ​ປະຊຸມ​ປຶກສາ​ຫາລື​ຂັ້ນ​ສູງ​ສື່​ມວນ​ຊົນ​ຈີນ - ສ.​ເກົາຫຼີ ຄັ້ງ​ທີ 8 ​ໄດ້ຈັດຂຶ້ນຢູ່​ນະຄອນ​ຫຼວງ​ເຊ​ອູ​ນ ສ.​ເກົາຫຼີ ​ໂດຍຜູ້ຕາງໜ້າ​ເກືອບ 30 ທ່ານ​​ຈາກ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນຫຼື CRI, ໜັງສືພິມ​ເຢີ​ນມິນ​ຢື້​ປ້າວ, ຂ່າວສານ​ຊິນຮວາ, ສະຖານີ​ໂທລະພາບສູນ​ກາງ​ຈີນ​ຫຼື CCTV, ສຳນັກ​ຂ່າວສານ​ຮ່ວມ ສປປ ​ເກົາຫຼີ, ບໍລິສັດ​ກະຈາຍສຽງ ສ.​ເກົາຫຼີຫຼື KBS ​ເຂົ້າ​ຮ່ວມ, ຂະນະ​ທີ່ທ່ານ ຫູ​ປ່າງ​ເຊີ້ງ ຮອງ​ຜູ້ອຳນວຍການ​ໃຫຍ່​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ໄດ້​ກ່າວ​​ປາ​ໄສ​ໃນ​ກອງ​ປະຊຸມ.

ກອງ​ປະຊຸມ​ຄັ້ງ​ນີ້​​ໄດ້​ເນັ້ນ "ລົງ​ເລິກ​ການ​ຮ່ວມ​ມື​ສື່​ມວນ​ຊົນ​ຈີນ-ສ.​ເກົາຫຼີ, ຊຸກຍູ້​ການ​ພົວພັນ 4 ​ຄູ່​ຮ່ວມ​ມື", ຜູ້ຕາງໜ້າ​ສື່​ມວນ​ຊົນ​ຂອງ​ຈີນ​ ແລະ ສ.​ເກົາຫຼີ ​ໄດ້​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ຢ່າງ​ຈິງ​ໃຈ​​ໂດຍ​ປິ່ນ​ອ້ອມ​ຫົວ​ຂໍ້​ "ການ​ຊຸກຍູ້ການ​​ແລກປ່ຽນ​ແລະ​ຮ່ວມ​ມື​ດ້ານ​ວັດທະນະທຳ​ແລະ​ການ​ທ່ອງ​ທ່ຽວລະຫວ່າງ​ຈີນ-ສ.​ເກົາຫຼີ ​ແລະ ການ​ຮ່ວມ​ມື​ຈີນ-ສ.​ເກົາຫຼີ ຕາມ​ການປະຕິວັດ​ອຸດສາຫະກຳ​ການ​ຜະລິດ​ຄັ້ງ​ທີ 4"​ແລະ​ຫົວ​ຂໍ້​ອື່ນໆ.

​ໃນ​ກອງ​ປະຊຸມ, ສື່​ມວນ​ຊົນ​ສອງ​ປະ​ເທດ​ຍັງ​ໄດ້​​ເຊັນ​ສັນຍາ​ຮ່ວມ​ມື 6 ສະບັບ. ​ໃນ​ນັ້ນ, ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ໄດ້​ເຊັນ​ສັນຍາ​ຮ່ວມ​ມື​ກັບ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ ສ.​ເກົາຫຼີ ​ແລະ ສະຖານີ​ໂທລະພາບ​ກຽງ​ອິນຫຼື OBS ຂອງ ສ.​ເກົາຫຼີ .
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ