ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ຈີນ​ເຂົ້າຮ່ວມ​ກອງ​ປະຊຸມວົງ​ແຄບ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ຈີນ-ອາ​ຊຽນຄັ້ງທີ 6
2016-05-26 17:02:25  cri 

ທ່ານ​ສາງ​ວ້ານສວນ ທີ່​ປຶກສາ​ແຫ່ງ​ລັດ ທັງ​ເປັນລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ​ວົງ​ແຄບ​ລັດຖະມົນຕີ​ກະຊວງປ້ອງ​ກັນ​ປະ​ເທດຈີນ-ອາ​ຊຽນຄັ້ງທີ 6 ຢູ່​ນະຄອນຫຼວງວຽງ​ຈັນ ສປປ ​ລາວ​ໃນ​ຕອນ​ບ່າຍ​ວັນ​ທີ 25 ພຶດສະພາ​ນີ້.

​ໂອກາດ​ດັ່ງກ່າວ, ທ່ານ​ສາງ​ວ້ານສວນ ​ໄດ້​ກ່າວວ່າ: ປັດຈຸບັນ, ​​ເຖິງ​ວ່າໄພ​ຄຸກ​ຄາມ​ຄວາມ​ໝັ້ນຄົງທັງ​ແບບ​ເກົ່າ​ແລະ​ແບບ​ໃໝ່​ຍັງພົ້ນ​ເດັ່ນຄື​ເກົ່າກໍ​ຕາມ, ​ແຕ່ສະຕິ​ຕໍ່​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ​ແລະ​ສະຕິ​ຕໍ່​ປະຊາ​ຄົມ​ຮ່ວມ​ຊາຕາກຳ​ໃນ​ພາກ​ພື້ນ​ໄດ້​ເພີ່ມ​ທະວີ​ຂຶ້ນຊັກ​ໄຊ້. ​ແນວ​ໃດ​ກໍ​ດີ, ທາງ​ເລືອກຂອງຈີນທີ່​ຍຶດໝັ້ນ​ເດີນ​ຕາມ​ເສັ້ນທາງ​ພັດທະນາ​ໂດຍ​ສັນຕິນັ້ນຈະ​ບໍ່​ປ່ຽນ​ແປງ, ຈະ​ພະຍາຍາມ​ຕັ້ງໜ້າ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ພາກ​ພື້ນ​ຢ່າງ​ບໍ່​ລົດ​ລະ​, ຄວາມ​ຈິງ​ໃຈ​ທີ່ຍຶດໝັ້ນ​ການແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ​ໂດຍຜ່ານ​ການ​ປຶກສາ​ຫາລື​ກັນ​ດ້ວຍ​ສັນຕິວິທີ​ຈະບໍ່​ມີ​ວັນ​ຄອນ​ແຄນ ​ແລະ​ຈະ​ບໍ່​ຫຼີກ​ເວັ້ນ​ຄວາມ​ຮັບຜິດຊອບ​ໃນ​ການ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ຢ່າງ​ເດັດຂາດ. ​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ການ​ປ້ອງ​ກັນປະ​ເທດ​ແລະ​ຄວາມ​ໝັ້ນຄົງ​ລະຫວ່າງ​ຈີນ-ອາ​ຊຽນຕື່ມ​ນັ້ນ, ກອງ​ທັບ​ຈີນ​ຫວັງ​ວ່າຈະ​ດຳ​ເນີນ​ການ​ຝຶກ​ຊ້ອມ​ຮ່ວມ​ກັບ​ກອງທັບ​ປະ​ເທດ​ອາ​ຊຽນກ່ຽວ​ກັບ​ກົດ​ແຫ່ງ​ການປະສົບ​ຢ່າງບັງ​ເອີນຢູ່​ເທິງ​ທະ​ເລ ຢູ່​ທະ​ເລ​ຈີນ​ໃຕ້​ໂດຍ​ໄວ, ຍິນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຕ້ານ​ລັດທິ​ກໍ່​ການ​ຮ້າຍ​ລະຫວ່າງ​ພາກສ່ວນ​ປ້ອງ​ກັນ​ປະ​ເທດຈີນ​ແລະ​ອາ​ຊຽນ ​ແລະ​ຊຸກ​ຍູ້​ການ​ຮ່ວມ​ມື​ແລກປ່ຽນ​ລະຫວ່າງ​ເຂດສະໜາມຮົບ​ພາກ​ໃຕ້​ຈີນ​ແລະ​ກອງທັບ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້.

ຜູ້ນຳ​ກິດຈະການ​ປ້ອງ​ກັນ​ປະ​ເທດ​ຂອງ​ປະ​ເທດ​ອາຊຽນ​ໂດຍ​ທົ່ວ​ໄປ​ສະ​ແດງ​ຄວາມຊົມ​ເຊີຍ​ທີ່ຈີນ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ ​ແລະ​ຂໍ້​ສະ​ເໜີ​ທີ່​ກ່ຽວຂ້ອງ ​ແລະ​ກ່າວຍິນ​ດີ​ສືບ​ຕໍ່ລົງ​ເລິ​ກການ​ຮ່ວມ​ມື​ທີ່​ແທ້​ຈິງກັບ​ຈີນ; ດຳ​ເນີນ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງທີ່​ກ່ຽວຂ້ອງ​ໂດຍ​ຜ່ານ​ການ​ປຶກສາ​ຫາລື​ດ້ວຍສັນຕິວິທີ ​ແລະ​ຮ່ວມ​ກັນ​ປົກ​ປັກຮັກສາ​ສັນຕິພາບ​ແລະ​ຄວາມ​ໝັ້ນຄົງ​ຂອງ​ພາກ​ພື້ນ.

1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ