ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນຄັ້ງທີ10
2016-05-26 16:15:10  cri 

ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນຄັ້ງທີ10 ໄດ້ຈັດຂຶ້ນໃນວັນທີ 25 ພຶດສະພາ ນີ້, ພາຍໃຕ້ຄຳຂວັນ"ສົ່ງເສີມການຮ່ວມມື
ວຽກງານປ້ອງກັນຊາດ ເພື່ອຄວາມເຂັ້ມແຂງ ຂອງປະຊາຄົມອາຊຽນ" ມີບັນດາລັດຖະມົນຕີປ້ອງກັນປະເທດອາຊຽນ, ທ່ານເລຂາທິການ
ໃຫຍ່ ພ້ອມດ້ວຍຄະນະຜູ້ແທນເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້,ບັນດາລັດຖະມົນຕີປ້ອງກັນປະເທດອາຊຽນ ໄດ້ປຶກສາຫາລື ແລະ ແລກປ່ຽນສະພາບການກ່ຽວກັບວຽກງານປ້ອງກັນ
ຊາດ-ຄວາມໝັ້ນຄົງໃນພາກພື້ນແລະ ສາກົນ ໂດຍສະເພາະແມ່ນສິ່ງທ້າທາຍ ແລະ ໄພຂົ່ມຂູ່ທີ່ບໍ່ແມ່ນທາງທະຫານ,ເປັນຕົ້ນແມ່ນບັນ
ຫາໄພພິ ບັດທາງທຳມະຊາດ, ການກໍ່ການຮ້າຍ, ກຸ່ມຫົວຮຸ່ນແຮງ,ອາດຊະຍາກຳຂ້າມຊາດ, ຄວາມໝັ້ນ ຄົງທາງທະເລ, ອິນເຕີເນັດ
ແລະອື່ນໆທີ່ມີຄວາມເປັນຫ່ວງຮ່ວມກັນ.


ເພື່ອຮັບມືກັບບັນຫາສິ່ງທ້າທາຍກອງປະຊຸມໄດ້ໃຫ້ທັດສະນະວ່າ: ກອງທັບຂອງບັນດາ ປະເທດສະມາຊິກອາຊຽນມີຄວາມຈຳເປັນຈະຕ້ອງ
ໄດ້ສືບຕໍ່ເພີ່ມທະວີແລະຮັດແໜ້ນການຮ່ວມ ມືນຳກັນໃຫ້ເປັນຮູບປະທຳໃຫ້ຫຼາຍຂຶ້ນກວ່າເກົ່າ,ເປັນຕົ້ນແມ່ນການແລກປ່ຽນຂໍ້ມູນ-ຂ່າວສານ,
ການຝຶກຊ້ອມແລະການປະຕິບັດງານຮ່ວມກັນເພື່ອສະກັດກັ້ນ, ປ້ອງກັນແລະແກ້ໄຂຂໍ້ ຂັດແຍ່ງພ້ອມ​ທັງຮັບມືກັບສິ່ງທ້າທາຍຕໍ່ຄວາມໝັ້ນ
ຄົງໄດ້ຢ່າງມີປະສິດທິພາບ,ປະສິດທິຜົນ ແລະ ທັນເວລາ. ພ້ອມນັ້ນຕ້ອງໄດ້ເພີ່ມທະວີການຊ່ວຍເຫຼື່ເຊິ່ງກັນ ແລະກັນ ໃນການເສີມສ້າງ
ຂີດຄວາມ ສາມາດ, ສົ່ງເສີມຄວາມເຂົ້າອົກເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈລະຫວ່າງກອງທັບຂອງບັນ ດາປະເທດສະມາຊິກອາຊຽນ
ໃຫ້ນັບມື້ນັບແໜ້ນແຟ້ນຂຶ້ນເລື່ອຍໆ.

  ນອກຈາກ​ນີ້, ກອງ​ປະຊຸມ​ຍັງ​ໄດ້​ຮັບ​ຮອງ​ເອົາ​ເອກະສານ​ສຳຄັນ 3 ສະບັບ​ລະອຽດ​ຄື:

1.  ຂໍ້​ກຳນົດ​ວ່າ​ດ້ວຍ​ກອງ​ກຳລັງ​ກຽ​ມພ້ອມ​ທະ​ຫານ​ອາ​ຊຽນເພື່ອ​ການ​ຊ່ວຍ​ເຫຼືອດ້ານ​ມະນຸດສະ​ທຳ ​ແລະ ບັນ​ເທົາ​ທຸກ​ໄພພິບັດ.
2.  ຂໍ້​ກຳນົດ​ວ່າ​ດ້ວຍສູນ​ແພດ​ທະຫານ​ອາ​ຊຽນ
3.  ​ເອກ​ະສານ​ແນວ​ຄວາມ​ຄິດ​ກ່ຽວກັບ​ການ​ສ້າງ​ຕັ້ງ​ໜ່ວຍ​ຜູ້​ຊ່ຽວຊານ​ດ້ານ​ຄວາມ​ໝັ້ນ​ຄົງທາງ

ອິນ​​ເຕີ​ເນັດ ​ໃນ​ຂອບ​ກອງ​ປະຊຸ​ມລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນຫຼື ADMM-ບວກ.

ກອງປະຊຸມຍັງໄດ້ຮັບຮອງແລະລົງນາມຖະແຫຼງການຮ່ວມຂອງບັນດາລັດຖະມົນຕີປ້ອງກັນປະເທດອາຊຽນວ່າດ້ວຍ"ສົ່ງເສີມການຮ່ວມມື
ວຽກງານປ້ອງກັນຊາດ ເພື່ອຄວາມເຂັ້ມແຂງຂອງ ປະຊາຄົມອາຊຽນ"ເຊິ່ງຖະແຫຼງການດັ່ງກ່າວນີ້ຖືວ່າເປັນເອກະສານທີ່ສຳຄັນພື້ນຖານ
ໃຫ້ແກ່ ການສົ່ງເສີມພົວພັນຮ່ວມມືໃນຂອບ ADMM ເພື່ອປະກອບສ່ວນເຂົ້າໃນການປົກປັກຮັກສາ ສັນຕິພາບ,   ສະຖຽນນະພາບ,
ຄວາມໝັ້ນຄົງ, ການພັດທະນາ ແລະ ຄວາມວັດທະນາຖາວອນ ຂອງພາກພື້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ