ໄຂກອງ​ປະຊຸມ​ແມ່ຍິງ​ຂອງ​ກຸ່ມ 20 ປະ​ເທດ
2016-05-26 16:30:58  cri 
ວັນ​ທີ 25 ພຶດສະພາ​ນີ້, ກອງປະຊຸມ​ແມ່ຍິງ​ຂອງ​ກຸ່ມ 20 ປະ​ເທດ​ຫຼື G20 ​ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ຊີອ່ານ​ຂອງ​ຈີນ, ​ໂດຍ​ສະຫະພັນ​ແມ່ຍິງ​ທົ່ວ​ປະ​ເທດ​ຈີນ​ເປັນ​ເຈົ້າພາບ, ​ໂດຍທ່ານ​ຫຼີ້ຢວນສາວ, ຮອງ​ປະທານ​ປະ​ເທດ​ຈີນ, ທ່ານ​ນາງ​ເສີ້ນຢ້ຽວຢ້ຽວ, ຮອງ​ປະທານ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ, ປະທານ​ສະຫະພັນ​ແມ່ຍິງ​ທົ່ວ​ປະ​ເທດ​ຈີນ​​ເຂົ້າ​ຮ່ວມ​ແລະ​ກ່າວປາ​ໄສ.

ກອງ​ປະຊຸມ​ແມ່ຍິງ​ຂອງ​ກຸ່ມ G20 ​ແມ່ນ​ກິດຈະກຳປິ່ນ​ອ້ອມ​ຂອງ​ກອງ​ປະຊຸມ​ສຸດ​ຍອດ G20, ​ເຊິ່ງຫົວ​ຂໍ້​ຕົ້ນ​ຕໍ​​ເນັ້ນ "​ເຂົ້າ​ຮ່ວມ​ຢ່າງ​ສະ​ເໝີ​ພາບ, ພັດທະນາ​ແບບ​ປະດິດ​ສ້າງ​ໃໝ່". ຜູ້ຕາງໜ້າ​ປະມານ 200 ທ່ານ​ຈາກ​ປະ​ເທ​ດສະມາຊິກ G20, ປະ​ເທດ​​ແຂກ​ຮັບ​ເຊີນ​ແລະ​ອົງການ​ຈັດ​ຕັ້ງ​ສາກົນກໍ​ໄດ້​ເຂົ້າ​ຮ່ວມ​ເຊັ່ນ​ດຽວ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ