ປີ​ນີ້ "​ໝາກ​ໂມ" ​ປັກ​ກິ່ງທີ່​ໜັກ​ເກືອບ 80 ກິ​ໂລຊະນະ​ການ​ປະ​ກວດ
2016-05-26 16:43:39  cri 

ວັນ​ທີ 25 ພຶດສະພາ​ນີ້, ບຸນ​ໝາກ​ໂມ​ຕ້າ​ຊິງ​ປັກ​ກິ່ງ​ຄັ້ງ​ທີ 28 ​ໄດ້​ຈັດ​ຂຶ້ນ​ຢູ່ຜາງ​ເກີ​ຈ່ວນ, ​ໂດຍ​ປີ​ນີ້ "ລາຊາ​ໝາກ​ໂມ" ມີ​ນ້ຳໜັກ 79,96 ກິ​ໂລ, ​ເຊິ່ງທ່ານ​ຫຼີ້​ເຟີ້​ງຊຸນ, ກະສິກອນຢູ່​ຜາງ​ເກີ​ຈ່ວນ​ເປັນ​ເຈົ້າ​ຂອງ. ທ່ານ​ຫຼີ້​ເຟີ້​ງຊຸນທີ່​ປີ​ນີ້​ອາຍຸ 46 ປີ, ​ໄດ້​ປູກ​ໝາກ​ໂມມາ​ເປັນ​ເວລາ 30 ກວ່າ​ປີ, ​ແລະ​ຈາກ​ການ​ປະ​ກວດ​ໃນ​ບຸນ​ດັ່ງກ່າວ​ເຮັດ​ໃຫ້​ທ່ານ​ໄດ້​ຮັບ​ນາ​ມະ​ຍົດ "ລາຊາ​ໝາກ​ໂມ" ​ເຊິ່ງ​ຄັ້ງ​ນີ້ເປັນ​ຄັ້ງ​ທີ 10 ​ແລ້ວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ