ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ​ຈັດຂຶ້ນ​ຢູ່​ອາຊີ​ກາງ​ເປັນຄັ້ງທຳ​ອິດ
2016-05-26 15:05:05  cri 
    ກອງ​ປະຊຸມ​ຊັບພະຍາກອນ, ພະລັງງານ​ແລະ​ການ​ພັດທະນາ​ແບບ​ຍືນ​ຍົງ ຂອງ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ ​ແລະ​ເວທີ​ປຶກສາ​ຫາລື​ປະ​ເທດ​ເສັ້ນທາງ​ສາຍ​ໄໝ ​ໄດ້​ຈັດ​ຂຶ້ນຢູ່​ນະຄອນຫຼວງອັສທາ​ນາ​ປະ​ເທດ​ກະ​ສັກ​ສະຖານ​ໃນ​ວັນ​ທີ 25 ພຶດສະພາ​ນີ້ ​ເຊິ່ງ​ເປັນ​ຄັ້ງທຳ​ອິດທີ່​ຈັດ​ຂຶ້ນ​ຢູ່​ອາຊີ​ກາງຂອງ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ.

    ກອງ​ປະຊຸມ​ເທື່ອ​ນີ້ມີ​ເຈົ້າໜ້າ​ທີ່​ລັດຖະບານ, ນັກທຸລະກິດ, ນັກວິຊາການ ​ແລະ​ຜູ້​ຊ່ຽວຊານ 300 ກວ່າ​ທ່ານ​ຈາກ​ປະ​ເທດຕາມ​ແລວ​ເສດຖະກິດ​ເສັ້ນທາງ​ສາຍ​ໄໝ ​ເຊັ່ນ ຈີນ, ຣັດ​ເຊຍ ​ແລະ 5 ປະ​ເທດ​ອາຊີ​ກາງ​ເປັນຕົ້ນ​ເຂົ້າຮ່ວມ ​ເຊິ່ງຜູ້​ແທນ​ແຕ່ລະ​ປະ​ເທດ​ໄດ້​ປຶກສາ​ຫາລື​ກັນ​ໂດຍ​ປິ່ນ​ອ້ອມ​ຫົວ​ຂໍ້​ຕ່າງໆ ​ເຊັ່ນ: ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ເຊື່ອມ​ຕໍ່​ກັບ​ການ​ກໍ່ສ້າງ​ສະຫະພັນ​ເສດຖະກິດ​ເອີຣົບ-ອາຊີ, ພະລັງງານ, ຊັບພະຍາກອນ ​ແລະ​ການ​ພັດທະນາ​ແບບ​ຍືນ​ຍົງ​ເປັນຕົ້ນ.

    ກອງ​ປະຊຸມ​ໄດ້​ສະ​ເໜີ​ວ່າ, ປະ​ເທດ​ຕ່າງໆ​ໃນ​ອາຊີ​ຄວນ​ຮ່ວມ​ກັນ​ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ພະລັງງານ​ຊັບພະຍາກອນ​ອາຊີ, ຖື​ເອົາການ​ພົວພັນ​ລະຫວ່າງ​ການ​ສະໜອງ​ກັບ​ຄວາມ​ຕ້ອງການ​ທີ່​ໜັກ​ແໜ້ນ​ເພື່ອ​ເປັນບ່ອນ​ອີງ​ໃນ​ການ​ຄາດ​ຄະ​ເນ​ລາຄາ​ແລະ​ຕະຫຼາດທີ່​ໜັກ​ແໜ້ນ, ຊຸກຍູ້​ເສດຖະກິດ​ຂອງ​ຝ່າຍ​ສະໜອງ​ແລະ​ຝ່າຍ​ຕ້ອງການ​ໃຫ້​ພັດທະນາ​ຢ່າງ​ໝັ້ນທ່ຽງ ​ແລະ​ເສີມ​ຂະຫຍາຍ​ບົດບາດ​ເຮັດ​ໃຫ້​ຕະຫຼາດພະລັງງານ​ແລະ​ຊັບພະຍາກອນ​ຂອງ​ໂລກໝັ້ນຄົງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ