ຈີນ​ຊົ​ມ​ເຊີຍ​ການສະ​ແດງ​ທ່າ​ທີອັນ​ຕັ້ງໜ້າ​ຂອງ​ວ່າ​ທີ່​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຟິລິບ​ປິນ
2016-06-02 16:38:52  cri 
ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ຫຼືCRIລາຍ​ງານ​ວ່າ:ວ່າ​ທີ່​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຟິລິບ​ປິນກ່າວ​ວ່າ​ຍິນ​ດີ​ສົນທະນາ​ສອງ​ຕໍ່​ສອງ​ກັບ​ຈີນ​ກ່ຽວ​ກັບ​ບັນຫາ​ທະ​ເລ​ຈີນ​​ໃຕ້,​ແລະ​ຕໍ່​ການ​ຢືນຢັນ​ດັ່ງກ່າວ,ວັນ​ທີ 1 ມິຖຸນາ​ນີ້,ທ່ານ​ນາງ​ຮວ້າຊຸນ​ຢິງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ກ່າວ​ຊົມ​ເຊີ​ຍທັງ​ຫວັງ​ໃຫ້​ລັດຖະບານ​ຊຸດ​ໃໝ່​ຂອງ​ຟິລິບ​ປິນມຸ່ງ​ໜ້າ​ໄປ​ສູ່​ຈຸດໝາຍ​ກັບ​ຈີນ,ກັບ​ຄືນ​ສູ່​​ເສັ້ນທາງ​ແຫ່ງ​ການ​ສົນທະນາ​ກັນ.

ທ່ານ​ນາງ​ຮວ້າຊຸນ​ຢິງ​ໄດ້​ກ່າວ​ໃນ​ງານ​ຖະ​ແຫຼງຂ່າວ​ສາມັນ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ໃນ​ວັນ​ທີ 1 ມິຖຸນາ​ນີ້​ວ່າ, "ນັບ​ແຕ່​ຈີນ​ຟິລິບ​ປິນສ້າງສາ​ຍພົວພັນ​ທາງ​ການ​ທູດ​ເປັນ​ເວລາ 40 ກວ່າ​ປີ​ມາ​ນີ້,​ການ​ພົບ​ປະຫຼືການ​ເຈລະຈາ​​ເຊິ່ງໜ້າ​ພ້ອມ​ທັງ​ເອກະສານ​ການ​ເມືອງ​ສະບັບ​ຕ່າງໆ​ທີ່​ສອງ​ຝ່າຍ​ຮ່ວມ​ກັນ​ປະກາດ​ນັ້ນ,ຜູ້ນຳ​ສອງ​ປະ​ເທດ​ທຸກ​ຊຸດ​ທີ່​ຜ່ານ​ມາ​ລ້ວນ​ແຕ່​​​ເຫັນ​ດີ​ຢ່າງ​ຈະ​ແຈ້ງວ່າ ຄວາມ​ຂັດ​ແຍ້​ງກັນ​ຕໍ່​ທະ​ເລ​ຈີນ​ໃຕ້​ລະຫວ່າງ​ຈີນ​ຟິລິບ​ປິນຕ້ອງ​ແກ້​ໄຂ​​ຢ່າງສັນຕິ​ໂດຍ​ຜ່ານ​ການ​ເຈລະຈາ​ສອງ​ຝ່າຍໂດຍ​ກົງ.ນີ້​​ແມ່ນ​ຄຳ​ໝັ້ນ​ສັນຍາ​ອັນ​​ເຄັ່ງຂຶມ​ທີ່​ສອງ​ຝ່າຍ​ກ່າວໃນ​​ຖະ​ແຫຼງການ​ກ່ຽວກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຈີນ​ໃຕ້​ທີ່​ຮ່ວມ​ກັນລົງ​ນາມ​ໃນ​ປີ 2002.ຫວັງ​ວ່າ ລັດຖະບານ​ຊຸດ​ໃໝ່​ຂອງ​ຟິລິບ​ປິນຈະ​ເຄົາລົບ​ຄວາມ​ເປັນ​ເອກະສັນ​ກັນ​ແລະຄຳ​ໝັ້ນ​ສັນຍາທີ່​ກ່ຽວຂ້ອງ,ກັບ​ຄືນ​ສູ່​​ເສັ້ນທາງ ແຫ່ງ​ການ​ສົນທະນາ​ສອງ​ຕໍ່​ສອງ,ມຸ່ງ​ໜ້າ​ໄປ​ສູ່​ຈຸດໝາຍ​ດຽວ​ກັນ​ກັບ​ຈີນ,​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​​​ໃຫ້​ດີ,ພະຍາຍາມ​​ພັດທະນາ​​ການ​ພົວພັນ​ຈີນ-ຟິລິບ​ປິນ​ໃຫ້​ປອດ​ໃສ​ແລະ​ໝັ້ນ​ທ່ຽງ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ