​ເຈົ້າ​ໜ້າ​ທີ່​ການ​ທູດອາວຸ​ໂສ​ຂອງ​ຟິລິບ​ປິນຮຽກຮ້ອງ​ໃຫ້ປຶກສາ​ຫາລື​ກັບ​ຈີນ
2016-06-12 14:31:12  cri 
  ຕາມ​ຂ່າວສານ​ຈີນ: ຫວ່າງ​ມໍ່ໆ​ນີ້, ​ເຈົ້າ​ໜ້າ​ທີ່​ການ​ທູດອາວຸ​ໂສ​ຂອງ​ຟິລິບ​ປິນ​ໄດ້ຮຽກຮ້ອງ​ໃຫ້ທ່ານ ​ໂຣດຣິ​ໂກ ດູ​​ເຕີ​ເຕ ທີ່​ຈະດຳ​ລໍ​ງຕຳ​ແໜ່​ງ​ເປັນ​ປະທາ​ນາ​ທິບໍດີ​ຟິລິບ​ປິນຈົ່ງປຶກສາ​ຫາລື​ກັບ​ຈີນ ​ເພື່ອ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງບັນຫາ​ຕ່າງໆ​ຢູ່​ທະ​ເລ​ຈີນ​ໃຕ້.

  ສື່​ມວນ​ຊົນຟິລິບ​ປິນ​ລາຍ​ງານ​ວ່າ: ຫວ່າງ​ມໍ່ໆ​ນີ້, ທ່ານ​ນາງ ​ໂຣສະ​ໂຣ​ໂອ ມາ​ນາ​ໂລ ອະດີດຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຟິລິບປິນ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວວ່າ, ຖ້າຟິລິບ​ປິນ​ແລະ​ຈີນ​ປຶ​ກສາ​ຫາລືກັນຈະ​ຫຼຸດຜ່ອນ​ສະຖານະ​ການ​ທີ່​ເຄັ່ງ​ຕຶງ​ເຊິ່ງ "ປະ​ເທດ​ຕົນ​ຄວນ​ເຈລະຈາ​ກັບ​ຈີນ" ທັງ​ເຫັນ​ວ່າ, ຟິລິບ​ປິນສະ​ເໜີ​ໃຫ້​ການ​ຕັດສິນ​ບັນຫາ​ທະ​ເລຈີນ​ໃຕ້​ພຽງ​ຝ່າຍ​ດຽວ​ເມື່ອ​​ເດືອນມັງກອນ​ປີ 2013 ນັ້ນ​ເປັນ​ການ​ທ້າ​ທາຍ​ເກາະ​ຜິດຈີນ.

  ຂະນະ​ທີ່​ທ່ານ​ນາງ ​​ເລົາ​​ໂຣ ບາ​ຈາ ອະດີດ​ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຟິລິບ​ປິນກໍ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​​ຫວ່າງ​ມໍ່ໆ​ນີ້​ເຊັ່ນ​ດຽວ​ກັນ​ວ່າ: ພຽງ​ແຕ່ປຶ​ກສາ​ຫາລື​ກັບ​ຈີນ​ເທົ່າ​ນັ້ນຈຶ່ງ​ສາມາດ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ​ຢູ່​ທະ​ເລ​ຈີນ​ໃຕ້, "ຖ້າ​ບໍ່​ປຶກສາ​ຫາລື​ກັນ​ກໍ​ຈະ​ບໍ່​ສາມາດ​ແກ້​ໄຂ​ບັນຫາ​ໄດ້​ແຕ່​ປະການ​ໃດ, ຂະນະ​ທີ່​ປະ​ເທດອື່ນໆ​ທີ່​ຮຽກ​ຫາ​ອະທິປະ​ໄຕ​ກໍ​ພວມປຶກສາ​ຫາລື​ກັບ​ຈີນ​ເປັນ​ຕົ້ນ​ຫວຽດນາມ​ແລະ​ມາ​ເລ​ເຊຍ." ​ແນວ​ໃດ​ກໍ​ດີ, ​ເຖິງ​ວ່າ​ຟິລິບ​ປິນຈະຊະນະ​ຄະດີ​ຕັດສິນ​ທະ​ເລ​ຈີນ​ໃຕ້​ກໍ​ຕາມ​ແຕ່​ກໍ​ບໍ່ສາມາດ​ໄດ້​ຮັບສິ່ງ​ທີ່​ເອີ້ນ​ວ່າ ​"​ໄຊຊະນະທາງ​ຄວາມ​ເປັນ​ທຳ" ຕໍ່​ບັນຫາ​ອະທິປະ​ໄຕ​ຫຼື​ສິດທາ​ງທະ​ເລ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ