ການ​ຮ່ວມ​ມື​ຫຼຸດຜ່ອນ​ຄວາມທຸກ​ຍາກ​ລະຫວ່າງ​ຈີນ-ອາ​ຊຽນ​ໄດ້​ຮັບ​ໝາກຜົນ​ດີ
2016-06-23 16:21:01  cri 
  ຕາມ​ຂ່າວສານ​ຈີນ: ວັນ​ທີ 22 ມິຖຸນາ​ນີ້, ​​ເວທີ​ປຶກສາ​ຫາລື​ການ​ພັດທະນາ​ເສດຖະກິດ-ສັງຄົມ​ແລະ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ຈີນ-ອາ​ຊຽນຄັ້ງ​ທີ 10 ທີ່​ຈັດ​ຂຶ້ນ​ຢູ່​ເມືອງ​ກຸ້ຍ​ຫຼິນ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈວ້າງກວາງຊີ​ຈີນ​ໄດ້​ເປີດ​ເຜີຍ​ວ່າ, ການ​ຮ່ວມ​ມື​ຫຼຸດຜ່ອນ​ຄວາມທຸກ​ຍາກ​ລະຫວ່າງ​ຈີນ​ແລະ​ຫຼາຍ​ປະ​ເທດ​ຢູ່​ອາ​ຊຽນ​ໄດ້​ຮັບ​ໝາກຜົນ​ດີ.

  ທ່ານ ດຣ ໂມສຕານ ຮອງເລຂາທິການກອງເລຂາອາຊຽນຊີ້ໃຫ້ເຫັນວ່າ, ນັບແຕ່ໄດ້ຮ່ວມມືຫຼຸດຜ່ອນຄວາມທຸກຍາກເປັນຕົ້ນມາ, ປະຊາຊົນ​ທີ່ທຸກຍາກທີ່ສຸດ​ໃນອາຊຽນໄດ້ຫຼຸດລົງ​ໃນລະດັບຕ່ຳກວ່າ 1%, ຂະນະທີ່ຜູ້​ໄດ້ຮັບການສຶກສາກໍ​ເພີ່ມຫຼາຍຂຶ້ນແລະທຸກໆປະເທດ​ໃນອາຊຽນລ້ວນແຕ່ໄດ້ຮັບໂອກາດການ ສຶກສາພາກບັງຄັບ. ແນວໃດກໍດີ, ຫວັງວ່າອາຊຽນແລະຈີນຈະສາມາດສ້າງ ສາຍພົວພັນຄູ່ຮ່ວມມື​ໃຫ້​ແໜ້ນ​ແຟ້ນກວ່າ​ເກົ່າ​ໃນຂອບ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ເພື່ອ​ຮ່ວມ​ກັນ​ຮັບ​ມື​ກັບ​ສິ່ງທ້າ​ທາຍ​ໃນການ​ຫຼຸດຜ່ອນຄວາມ​ທຸກ​ຍາກ.

  ທ່ານ ສົມ​ສະໜິດ ສຸວັນນະ​ລາດ ຮອງ​ຫົວໜ້າ​ຫ້ອງ​ວ່າການ​ສຳນັກງານ​ນາຍົກລັດຖະມົນຕີ ທັງ​ເປັນ​ຮອງ​ປະທານ​ຄະນະ​ກຳ​ມະ​ການ​ພັດທະນາ​ຊົນນະບົດ​ແລະ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ແຫ່ງ​ຊາດລາວ​ເຫັນວ່າ, ການ​ຮ່ວມ​ກັນ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ເປັນ​ໂອກາດ​ດີ​ສຳລັບ​ການ​ຫຼຸດ​ຜ່ອນ​ຄວາມທຸກ​ຍາກ​ຢູ່ຊົນນະບົດ​ຂອງ​ຈີນ-ອາ​ຊຽນ. ຂະນະ​ທີ່​ໂຄງການ​ທາງ​ລົດ​ໄຟ​ລາວ-ຈີນ​ທີ່​ພວມ​ກໍ່ສ້າງ​ໄດ້​ຊຸກຍູ້ການ​ພັດທະນາ​ເສດຖະກິດ-ສັງຄົມ​ປະ​ເທດ​ຕົນ​ເປັນ​ຢ່າງ​ດີ​ໂດຍ​ສະ​ເພາະ​​ໄດ້ເລັ່ງລັດ​ການ​ພັດທະນາ​ຢູ່​​ຊົນນະບົດ​ກໍ​ຄື​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ໃຫ້​ໄວ​ກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ