ເງິນ​ຢວນຈີນ​ຈະ​​ຈັ​ດ​ເຂົ້າ​ໃນ​ຄັງ​ສຳຮອງ​ເງິນຕາ​ຕ່າງປະ​ເທດ​ຂອງ​​ສິງ​ກະ​ໂປ
2016-06-23 16:35:17  cri 
​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ລາຍ​ງາ​ນວ່າ: ວັນ​ທີ 22 ມິຖຸນາ​ນີ້,ກົມ​ຄຸ້ມ​ຄອງ​ການ​ທະນາຄານ​ສິງ​ກະ​ໂປ​ປະກາດ​ຈະຈັດ​ເອົາ​ເງິນ​ຢວນຈີນ​ເຂົ້າ​ໃນ​ຄັງ​ສຳຮອງ​ເງິນຕາ​ຕ່າງປະ​ເທດ​ທາງ​ການ​ເຊິ່ງນະ​ໂຍບາຍ​ດັ່ງກ່າວ​ຈະ​ເລີ່​ມປະ​ຕິ​ບັດ​ໃນ​ເດືອນ​ມິຖຸນາ​ນີ້​ໂດຍ​ກົມ​ດັ່ງກ່າວ​ເຫັນ​ວ່າ,ການ​ໃຊ້ມາດຕະການ​ດັ່ງກ່າວ​​ເປັນ​ຜົນ​ມາ​ຈາກ​ຕະຫຼາດການ​ທະນາຄານ​ຈີນ​ດຳ​ເນີນ​ການ​ປະຕິ​ຮູບ​ຫັນ​ເປັນ​ມາດ​ຕະຖານ​​ຕໍ່​ເນື່ອງ​ແລະ​ໜັກ​​ແໜ້ນ​ແລະ​ຕະຫຼາດສາກົນກໍ​ໄດ້​ຮັບຮອງ​ເງິນ​ຢວນຈີນ​ນັບ​ມື້​ນັບ​ຫຼາຍຂຶ້ນ.

​ແຈ້ງ​ການ​ຍັງ​ລະບຸ​ອີກ​ຫຼັງກົມ​ຄຸ້ມ​ຄອງ​​ເຫັນ​ວ່າ,​​ໜຶ່ງ​ປີຜ່ານມາ,ຈີນ​ໄດ້​ໃຊ້​ມາດ​ຕະການ​ທີ່​ບັງ​ເກີດ​ຜົນ​ໂດຍຫຼຸດ​ຜ່ອນ​ຄວາມ​ຈຳກັດ​ດ້ານ​ອັດຕາ​ແລກປ່ຽນ​ເງິນ​ຢວນ,ພ້ອມ​ທັງ​ສ້າງ​ໂອກາດ​​​ໃຫ້​​ແກ່​ນັກ​ລົງທຶນ​ຕ່າງປະ​ເທດ​ເຂົ້າ​ຮ່ວມ​ຕະຫຼາດການ​ທະນາຄານ​ແລະ​ພັນທະບັດຫຼາຍກວ່າ​ເກົ່າ.​ເຈົ້າ​ໜ້າ​ທີ່​ກົມ​ດັ່ງກ່າວ​ກ່າ​ວວ່າ,ການ​ທີ່​ຈັດ​ເອົາ​ເງິນ​ຢວນຈີນ​ເຂົ້າ​​ໃນຄັງ​ສຳຮອງ​ເງິນຕາ​ຕ່າງປະ​ເທດ​ໃນ​​ໄລຍະ​ນີ້ຖື​ວ່າ​ເໝາະສົມ​ທີ່​ສຸດ​ເຊິ່ງ​ໜຶ່ງ​ປີຜ່ານ​ມາ,​ຈີນ​ໄດ້ດຳ​ເນີນ​ການ​ປະຕິ​ຮູບ​ການ​ທະນາຄານ​ຢ່າງ​ຕໍ່​ເນື່ອງ,​ເຮັດ​ໃຫ້​ເງິນ​ຢວນນັບ​ມື້​​ໄດ້​ຮັບ​ການ​ຮັບຮອງ​ຈາກ​ຕະຫຼາດສາກົນ.​ຂະນະ​ທີ່​ເມື່ອເດືອນ​ພະຈິກ​ປີຜ່ານມາ,ຈີນ​ແລະ​ສິງ​ກະ​ໂປ​​ໄດ້ປະກາດ​ຈະ​ເປີດ​ກວ້າ​ງຊ່ອງທາງ​ຈໍລະ​ຈອນ​ເງິນ​ຢວນ​ຂ້າ​ມຊາຍ​ແດນ​,ພ້ອມ​ທັງ​ຊຸກຍູ້​ເງິນ​ຢວນ​ໃຫ້​ຫັນ​ເປັນ​ສາກົນ​ຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ