ຂ່າວສານຊິນຮວາລາຍງານວ່າ: ວັນທີ 29 ມິຖຸນານີ້, ທ່ານຫົງເຫຼີຍ ໂຄສົກກະຊວງການຕ່າງປະເທດຈີນໄດ້ຖະແຫຼງກ່ຽວກັບເລື່ອງສານອະນຸຍາໂຕຕຸລາການກ່າວວ່າຈະປະກາດຄຳຕັດສິນສຸດທ້າຍກ່ຽວກັບຄະດີຕັດສິນບັນຫາທະເລຈີນໃຕ້ທີ່ສະເໜີໂດຍຟີລິບປິນໃນໄວໆນີ້.
ທ່ານຫົງເຫຼີຍຢືນຢັນວ່າ ສານອະນຸຍາໂຕຕຸລາການຕັດສິນບັນຫາທະເລຈີນໃຕ້ທີ່ສ້າງຕັ້ງຂຶ້ນຕາມຄຳຮ້ອງຂໍຈາກຟີລິບປິນພຽງຝ່າຍດຽວແລະໄດ້ກ່າວໃນວັນທີ 29 ມິຖຸນາ 2016 ວ່າຈະປະກາດຄຳຕັດສິນສຸດທ້າຍໃນວັນທີ 12 ກໍລະກົດ2016ນັ້ນ. ສິ່ງທີ່ຂ້າພະເຈົ້າຢາກກ່າວເນັ້ນອີກເທື່ອໜຶ່ງກໍຄືສານອະນຸຍາໂຕຕຸລາການບໍ່ມີສິດຄຸ້ມຄອງເລື່ອງທີ່ກ່ຽວຂ້ອງກັບຄະດີນີ້ແລະບໍ່ຄວນດຳເນີນຄະດີພ້ອມທັງຕັດສິນເປັນຜົນມາຈາກ:
ໜຶ່ງ: ວັນທີ 22 ມັງກອນ 2013, ຟີລິບປິນໄດ້ສະເໜີໃຫ້ສານອະນຸຍາໂຕຕຸລາການສາກົນຕັດສິນຄວາມຂັດແຍ້ງລະຫວ່າງຈີນກັບຟີລິບປິນຢູ່ທະເລຈີນໃຕ້ພຽງຝ່າຍດຽວ. ຈາກນັ້ນ, ລັດຖະບານຈີນໄດ້ອອກຖະແຫຼງການທັນທີໂດຍການບໍ່ຮັບເອົາແລະກໍບໍ່ເຂົ້າຮ່ວມການຕັດສິນໂດຍສານອະນຸຍາໂຕຕຸລາການເຊິ່ງສະເໜີໂດຍຟີລິບປິນ. ຈາກນັ້ນມາ, ລັດຖະບານຈີນໄດ້ກ່າວຢ້ຳຫຼັກໝັ້ນດັ່ງກ່າວນີ້ມາຫຼາຍເທື່ອ.
ສອງ: ການທີ່ຟີລິບປິນສະເໜີໃຫ້ສານອະນຸຍາໂຕຕຸລາການດຳເນີນຄະດີຕັດສິນບັນຫາທະເລຈີນໃຕ້ພຽງຝ່າຍດຽວນັ້ນໄດ້ລະເມີດກົດໝາຍລະຫວ່າງຊາດ.
ສາມ: ສານອະນຸຍາໂຕຕຸລາການໄດ້ສ້າງຕັ້ງຂຶ້ນບົນພື້ນຖານການກະທຳແລະຄວາມຮຽກຮ້ອງທີ່ຜິດກົດໝາຍຂອງຟີລິບປິນຈຶ່ງບໍ່ມີສິດຄຸ້ມຄອງເລື່ອງທີ່ກ່ຽວຂ້ອງກັບຄະດີດັ່ງກ່າວແລະສີ່: ໃນບັນຫາດິນແດນແລະຄວາມຂັດແຍ້ງໃນການຂີດແບ່ງນ່ານທະເລ, ຈີນບໍ່ຮັບເອົາວິທີແກ້ໄຂຄວາມຂັດແຍ້ງຂອງຝ່າຍທີສາມແຕ່ປະເທດໃດແລະກໍບໍ່ຮັບເອົາແຜນແກ້ໄຂຄວາມຂັດແຍ້ງໃດໆທີ່ເປັນການບັງຄັບຈີນ.