ຊ່ຽວຊານ​ຕ່າງປະ​ເທດ​ສະໜັບສະໜູນ​ຫຼັກ​ໝັ້ນ​ຂອງ​ຈີນ​ໃນ​ບັນຫາ​ທະ​ເລ​ຈີນ​ໃຕ້
2016-06-30 16:10:53  cri 
    ຂ່າວສານ​ຊິນ​ຮວາ​ລາ​ຍງານ​ວ່າ: ຄະນະ​ເລຂາທິການ​ສານ​ອະນຸຍາ​ໂຕ​ຕຸລາການ​ກ່ຽວ​ກັບ​ຄະດີ​ຕັດສິນ​ບັນຫາ​ທະ​ເລ​ຈີນ​ໃຕ້​ທີ່​ສະ​ເໜີ​ໂດຍ​ຟີ​ລິບ​ປິນນັ້ນ​ໄດ້​ຖະ​ແຫຼ​ງ​ໃນ​ວັນ​ທີ 29 ມິຖຸນາ​ນີ້​ວ່າ: ສານ​ດັ່ງກ່າວ​ຈະ​ປະກາດ​ຄຳ​ຕັດສິນ​ທີ່​ເປັນຮູບ​ປະ​ທຳ​ກ່ຽວ​ກັບ​ຄະດີ​ບັນຫາ​ທະ​ເລ​ຈີນ​ໃຕ້​ທີ່​ສະ​ເໜີ​ໂດຍ​ຟີ​ລິບ​ປິນ​ໃນ​ວັນ​ທີ 12 ກໍລະກົດ 2016 ນີ້. ຂະນະ​ທີ່ຊ່ຽວຊານ​ແລະ​ນັກວິຊາການ​ຕ່າງປະ​ເທດ​ເກີດ​ຄວາມ​ລະ​ແວງ​ສົງ​​ໄສ​ຟີ​ລິບ​ປິນທີ່​ສະ​ເໜີ​​ໃຫ້​ສານ​ອະນຸຍາ​ໂຕ​ຕຸລາການ​ຕັດສິນ​ບັນຫາ​ທະ​ເລ​ຈີນ​ໃຕ້​ພຽງ​ແຕ່​ຝ່າຍ​ດຽວ​ໂດຍ​ເຫັນ​ວ່າ: ຫຼັກ​ໝັ້ນ​ຂອງ​ລັດຖະບານ​ຈີນ​ກ່ຽວ​ກັບ​ການ​ບໍ່​ເຂົ້າ​ຮ່ວມ​ແລະ​ບໍ່​ຮັບ​ເອົາ​ຄະດີ​ຕັດສິນ​ໂດຍສານ​ອະນຸຍາ​ໂຕ​ຕຸລາການ​ພ້ອມ​ທັງ​ບໍ່​ຮັບຮອງ​ແລະ​ບໍ່​ປະຕິບັດ​ຄຳ​ຕັດສິນ​ຂອງ​ສານ​ດັ່ງກ່າວ​ນັ້ນ​ແມ່ນ​ສົມ​ເຫດ​ສົມ​ຜົນ​ແລະ​ຖືກຕ້ອງ​ຕາມ​ກົດໝາຍ.ບັນດາຊ່ຽວຊານ​ຍັງ​ຊີ້​ໃຫ້​ເຫັນ​ວ່າ: ຈີນ​ກັບປະ​ເທດ​ທີ່​ກ່ຽວຂ້ອງ​ໃນ​ພາກ​ພື້ນ​ເຊິ່ງລວມທັງ​ຟີ​ລິບ​ປິນ​​ໄດ້​ມີ​ເອກະສານ​ທີ່ຖືກຕ້ອງ​ຕາມ​ກົດໝາຍ​ແລະ​ວິຖີທາງທີ່ບັງ​ເກີດ​ຜົນ​ໃນ​ກາ​ນປຶກສາ​ຫາລື​ແກ້​ໄຂ​ບັນຫາ​ທະ​ເລ​ຈີນ​ໃຕ້​ມາ​ແລ້ວ, ການ​ທີ່​ຟີ​ລິບ​ປິນສະ​ເໜີ​ໃຫ້​ສານ​ອະນຸຍາ​ໂຕ​ຕຸລາການ​ຕັດສິນ​ບັນຫາ​ດັ່ງກ່າວ​ພຽງ​ຝ່າຍ​ດຽວ​ນັ້ນ​ຈະ​ບໍ່​ສາມາດ​ນຳ​ເອົາ​ຜົນ​ປະ​ໂຫຍ​ດ​ໄປ​ໃຫ້​ຝ່າຍ​ທີ່​ກ່ຽວຂ້ອງ​ແຕ່​ປະການ​ໃດ,ກົງກັນຂ້າມ​ຈະ​ເຮັດ​ໃຫ້​ສະຖານະ​ການ​ສັບສົນ​ຂຶ້ນ.

    ທ່ານ ​ໂຣດ ຄາບ​ລານ ນັກ​ຂຽນ​ຄໍ​ລຳ​ສະ​ເພາະ​ຂອງ​ໜັງສືພິມ "ຄັນ​ທຸງ" ຟິລິບ​ປິນ ​ໄດ້​ລົງ​ພິມ​ບົດ​ຄວາມ​​ໂດຍ​ລະບຸ​ວ່າ, ລັດຖະບານ​ອາ​ກີ​ໂນ ຕົກລົງ​ສະ​ເໜີ​ບັນຫາ​ທະ​ເລ​ຈີນ​ໃຕ້​​ໃຫ້​ສານ​ຕັດສິນ ​ເຊິ່ງ​ບໍ່​ສາມາດຮຽກ​ກັບ​ຄືນ​ມາ​ໄດ້ ​ນັ້ນ​ສົ່ງ​ຜົນ​ເຮັດ​ໃຫ້​ຟິລິບ​ປິນບໍ່​ມີ​ຊ່ອງ​ທາງ​ແກ້​ໄຂ​​ຄວາມ​ຂັດ​ແຍ້​ງກັນ​ໂດຍ​ຜ່ານ​ການ​ເຈລະຈາ​ກັບໂດຍ​ກົງ​ຈີນ​. ລັດຖະບານ​ອາ​ກີ​ໂນ​ບໍ່​ໄດ້​ສຳນຶກ​ວ່າ, ມີ​ແຕ່​ຮັກສາ​ຊ່ອງ​ທາງ​ເຈລະຈາ​ເທົ່າ​ນັ້ນ ຈຶ່ງ​ຈະ​ມີ​ຄວາມ​ເປັນ​ໄປ​ໄດ້​​ໃນ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ.

    ທ່ານ ວິນ​ລຽມ ​ໂຈນ​ສ໌ ຫົວໜ້າ​ສຳນັກ​ວາລະສານ "ຍຸດ​ໂທ​ບາຍ​ແລະ​ຂໍ້​ມູນຂ່າວສານ​ທົ່ວ​ໂລກ" ຂອງ​ອາ​ເມ​ລິ​ກາສາ​ຂາ​ວໍ​ຊິງ​ຕັນ ທັງ​ເປັນ​ຜູ້​ຊ່ຽວຊານ​ບັນຫາ​ສາກົນ​ຂອງ​ອາ​ເມ​ລິ​ກາ ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວ່າ, ຄວາມ​ເຫັນ​ຂອງ​ຈີນ​ທີ່​ມີ​ອະທິປະ​ໄຕ​ຕໍ່​ດິນ​ແດນ​ທະ​ເລ​ຈີນ​ໃຕ້​ນັ້ນ "ສົມ​ເຫດ​ສົມ​ຜົນ​ແລະ​ຖືກ​ຕ້ອງຕາມ​ກົດໝາຍ", ຫຼັກອ້າງ​ອີງ​ດ້ານ​ປະຫວັດສາດ​ທີ່​ຈີນມີນັ້ນ "​ໂຕ້​ຖຽງ​ກັນ​ບໍ່​ໄດ້". ລັດຖະບານ​ຈີນ​ມີ​ຄວາມ​ເຫັນ​ຕະຫຼອດມາ​ໃຫ້​ແກ້​ໄຂ​ບັນຫາ​ຄວາມ​ຂັດ​ແຍ້​ງກັນ​ໂດຍ​ຜ່ານ​ການ​ເຈລະຈາ, ​ແຕ່​ຟິລິບ​ປິນຊ້ຳພັດ "​ແຂງ​ກະດ້າງ" ​ໂດຍ​​ໃຊ້​ວິທີ​ການ​ຮ້ອງ​ຂໍ​ຕັດສິນ ​ເຊິ່ງ​ໄດ້​ຮັບການ​ສະໜັບສະໜູນຈາກ​ອາ​ເມ​ລິ​ກາ, ທັງ​ນີ້​ບໍ່​ພຽງ​ແຕ່​ບໍ່​​ເປັນ​ຜົນ​ດີ​ຕໍ່​ການ​ແກ້​ໄຂ​ບັນຫາ​ໂດຍ​ສັນຕິ​ເທົ່າ​ນັ້ນ, ຍັງ​ຈະ​ເຮັດ​ໃຫ້ການ​ເຈລະຈາ​​ໃນ​ຕໍ່ໜ້າ​ຫຍຸ້ງຍາກ​ກວ່າ​ເກົ່າ. ​ຈີນ​ມີ​ເຫດຜົນ​ທີ່​ຖືກຕ້ອງ​ໃນ​ການ​ປະຕິ​ເສດບໍ່​ຮັບ​ເອົາ​ການ​ຕັດສິນ​ແບບ​ບັງຄັບ​ດັ່ງກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ