ນັກວິຊາ​ການ​ຈີນ​ແລະ​ຫວຽດນາມ​ສຳ​ມະ​ນາ​​ການ​ປົກຄອງ​ປະ​ເທດ​ແລະ​ການ​ຄຸ້ມ​ຄອງ​ລັດ
2016-06-30 16:48:02  cri 

ນັກວິຊາການ​ຈີນ​ແລະ​ຫວຽດນາມ 50 ກວ່າ​ທ່ານທີ່ເຂົ້າຮ່ວມການສຳ​ມະ​ນາວິຊາ​ການ​ສາກົນກ່ຽວ​ກັບ​ທິດ​ສະ​ດີ​ແລະ​ການ​ປະຕິບັດ​ຕົວ​ຈິງ​ດ້ານ​ການ​ປົກຄອງ​ປະ​ເທດ​ແລະ​ການ​ຄຸ້ມ​ຄອງ​ລັດ​ຂອງ​ພັກ​ກອມ​ມູນິດ​ຈີນ​ແລະ​ພັກ​ກອມ​ມູນິດ​ຫວຽດນາມ ຢູ່​ມະຫາວິທະຍາ​ໄລ​ຢຸນນານ​ຈີນ​ໃນ​ວັນ​ທີ 29 ມິຖຸນາ​ນີ້ ​ໄດ້ຮ່ວມ​ກັນ​ຄົ້ນຄວ້າ​ບັນຫາ​ໂລກ​ຍຸກ​ປັດຈຸບັນ​ກັບ​ສັງຄົມ​ນິຍົມ, ທິດ​ສະ​ດີ​ແລະ​ການ​ປະຕິບັດ​ຕົວ​ຈິງ​ດ້ານ​ການ​ປົກຄອງ​ປະ​ເທດ​ແລະ​ການ​ຄຸ້ມ​ຄອງ​ລັດ​ຂອງ​ພັກ​ກອມ​ມູນິດ​ສອງ​ປະ​ເທດ, ຄວາມ​ເປັນ​ເຈົ້າການ​ເຊື່ອມ​ໂຍງ​ກັບປະຊາ​ຄົມໂລກ​ຢ່າງ​ຕັ້ງໜ້າ​ທັງ​ປັບປຸງ​ໂຄງ​ປະກອບ​ເສດຖະກິດ​ໃຫ້​ສົມບູນ, ການ​ປະຕິ​ຮູບ​ລັດ​ວິ​ສາ​ຫະກິດ ​ແລະ​ຫົວ​ຂໍ້​ອື່ນໆ.

ທ່ານ​ໂດ​ຕຽນ​ເຊິ​ມ ອະດີດ​ຫົວໜ້າ​ສະ​ຖາ​ບັນ​ຈີນຂອງ​ສະ​ຖາ​ບັນວິທະຍາສາດ​ສັງຄົມ​ແຫ່ງ​ຊາດ​ຫວຽດນາມ ຊີ້​ວ່າ: ຫວຽດນາມ​ແລະ​ຈີນ​ມີ​ເສັ້ນທາງ​ພັດທະນາ​ ຂະ​ບວນການ​ປະຕິ​ຮູບ​ແລະ​ເປີດ​ປະຕູ​ສູ່​ພາຍ​ນອກຄ້າຍຄື​ກັນ​​ ​ແລະ ສາມາດ​ຖອດ​ຖອນ​ບົດຮຽນ​ນຳກັນ​ໃນຫຼາຍໆ​ບັນຫາ.

ທ່ານ​ຂົງ​ເກິ່ນ​ຫົງ ທີ່​ປຶກສາທູດ​ຫ້ອງການ​ຄົ້ນຄວ້າ​ຂອງ​ຄະນະ​ພົວພັນ​ກັບ​ຕ່າງປະ​ເທດ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ​ເຫັນ​ວ່າ ຈີນ​ຍັງ​ຄົງ​ແມ່ນ​ປະ​ເທດ​ທີ່​ພວມ​ພັດທະນາ ຈະ​ຕ້ອງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບປະ​ເທດ​ທີ່​ພວມ​ພັດທະນາ. ຂະນະ​ທີ່​ຈີນ​ແລະ​ຫວຽດນາມລ້ວນ​ແຕ່​ແມ່ນ​ປະ​ເທດ​ສັງຄົມ​ນິຍົມ ​ແລະ ​ເປັນ​ປະ​ເທດ​ທີ່​ພວມ​ພັດທະນາ​ເຊັ່ນ​ດຽວກັນ, ສອງ​ປະ​ເທດມີຜົນ​ປະ​​ໂຫຍ​ດຮ່ວມ​ໃນຫຼາຍດ້ານ ​ແລະ​ການ​ທີ່ສອງ​ຝ່າຍ​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ຮ່ວມມືຈຶ່ງ​ແມ່ນ​ເສັ້ນທາງ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ໃນ​ໄລຍະ​ຍາວ​ນານ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ