​ປະທານາທິບໍດີ​ຣັດ​ເຊຍ​ແລະ​ຕວກກີ​ສົນທະນາ​ທາງ​ໂທລະສັບ
2016-06-30 11:39:58  cri 
  ຂ່າວສານ​ຊິນ​ຮວາ​ອ້າງ​ຕາມ​ຫ້ອງການ​ສຳນັກງານ​ປະທາ​ນາ​ທິບໍດີ​ຕວກກີ​ທີ່​ໄດ້​ລາຍ​ງານ​​ໃນ​ວັນ​ທີ 29 ມິຖຸນາ​ນີ້​ວ່າ: ​ໃນ​ມື້​ດັ່ງກ່າວ, ທ່ານປະທານາທິບໍດີ ແລ​​ແຊບ ທາ​ຢິບ ​ເອ​ໂຕ​ອັນ ​ໄດ້​ຮັບ​ໂທລະສັບ​ຈາກ​ທ່ານ ວຼາດິ​ເມຍ ປູ​ຕິນ ປະທານາທິບໍດີຣັດ​ເຊຍ ​ໂດຍ​ສອງ​ທ່ານ​ໄດ້​ເນັ້ນຄວາມ​ສຳຄັນ​ໃນ​ການ​ໃຊ້​ມາດ​ຕະການ​ທີ່​ຈຳ​ເປັນ​ເພື່ອ​ຊຸກຍູ້​​ຟື້ນ​ຟູ​ສາຍ​ພົວພັນ​ສອງ​ຝ່າຍ​ໃຫ້ເຂົ້າ​ສູ່​ສະພາບ​ປົກກະຕິ​ແລະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ເສດຖະກິ​ດ-ການ​ຄ້າ.

  ນີ້ເປັນ​ເທື່ອ​ທຳ​ອິດທີ່​ປະທານາທິບໍດີ​ສອງ​ປະ​ເທດ​ດັ່ງກ່າວສົນທະນາ​ທາງ​ໂທລະ ສັບ​ໂດຍ​ກົງ​ນັບ​ແຕ່​ສາຍ​ພົວພັນ​ສອງ​ປະ​ເທດ​ຊຸດ​ໂຊມລົງ​ເນື່ອງຈາກຕວກກີ​ຍິງ​ຍົນ​ຮົບຣັດ​ເຊຍຕົກ​ເມື່ອ​ທ້າຍ​ເດືອນ​ພະ​ຈິກ​ຜ່ານ​ມາ.

  ກົມ​ຖະ​ແຫຼ​ງຂ່າວ​ປະທານາທິບໍດີຣັດ​ເຊຍ​ເປີດ​ເຜີຍ​​ໃນ​ວັນ​ທີ 29 ມິຖຸນາ​ນີ້ວ່າ, ​ການ​ສົນທະນາ​ດັ່ງກ່າວມີ​ຄວາມສ້າງສັນ​ໂດຍ​​ຈຸດປະສົງ​​ເພື່ອຟື້ນ​ຟູ​ສາຍ​ພົວພັນ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອໃນ​ຂົງ​ເຂດ​ຕ່າງໆ​​ຂອງ​ສອງ​ປະ​ເທດ​ໃຫ້​ດີ​ຂຶ້ນ. ທ່ານ ປູ​ຕິນ ​ຊີ້​ໃຫ້​ເຫັນ​ວ່າ, ການ​ທີ່​ທ່ານ ເອ​ໂຕ​ອັນ ສົ່ງ​ຈົດໝາຍຂໍອະ​ໄພ​ກ່ອນ​ໜ້າ​ນີ້​ນັ້ນ​​ໄດ້​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່ການຫຼີກ​ເວັ້ນຄວາມ​ອັນຕະ​ລາຍ​ຕໍ່​ສາຍ​ພົວພັນ​ສອງ​ປະ​ເທດ​ແລະ​ເຮັດ​ໃຫ້​ສອງ​ປະ​ເທດ​ສາມາດ​ປະສານ​ງານ​ເພື່ອ​ຮັບ​ມື​ກັບ​ບັນຫາ​ພາກ​ພື້ນ​ແລະ​ສາກົນ​ຄືນ​ໃໝ່​ແລະດຳ​ເນີນ​ການ​ຮ່ວມ​ມືກັນຢ່າງຮອບດ້ານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ