ອາ​ເມ​ລິ​ກາ​ຕີ​ລາຄາ​ສູງ​ທີ່ອີຣານເຄື່ອນ​ໄຫວ​ຕໍ່ຕ້ານ​ກຸ່ມ IS ຢູ່​ອີຣັກ
2016-06-30 16:42:12  cri 
  ໜັງສືພິມ​ອີຣານລາຍ​ວັນ​ອ້າງ​ຕາມ​ທ່ານ ຈອນ ​ເຄຣີ ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ທີ່​ໄດ້​ໃຫ້​ສຳ​ພາດຕໍ່​ນັກ​ຂ່າວ​ໃນ​ວັນ​ທີ 29 ມິຖຸນາ​ນີ້​ວ່າ: ອີຣານ​ໄດ້​ເສີມ​ຂະຫຍາຍ​ບົດບາດໃນ​ການ​​ເຄື່ອນ​ໄຫວຕໍ່ຕ້ານ​ກຸ່ມ​ຫົວ​ຮຸນ​ແຮງ IS ຢູ່​ປະ​ເທດ​ອີຣັກຂອງ​ປະຊາ​ຄົມ​ໂລກຢ່າງ​ຕັ້ງໜ້າ. ຂະນະ​ທີ່ທ່າ​ທີ​ດັ່ງກ່າວ​ເປັນສິ່ງ​ທີ່​ແປກ​ໃຈ​​​ເນື່ອງ​ຈາກ​ວ່າ​ອາ​ເມ​ລິ​ກາ​ຈັດ​ອີຣານ​​​ເປັນ​ປະ​ເທດທີ່ "ສະໜັບສະໜູນລັດທິກໍ່​ການ​ຮ້າ​ຍ" ​ມາ​ໂດຍ​ຕະຫຼອດ.

  ຂ່າວ​ແຈ້ງວ່າ, ​ເມື່ອ​​ເວົ້າ​ເຖິງ​ອີຣານ​ແລະ​ອິດ​ທິພົນທີ່ນັບ​ມື້​ຫຼາຍ​ຂຶ້ນ​ຢູ່ອີຣັກ​ນັ້ນ​ມີ​ຜົນ​ຮ້າຍ​ຫຼືຜົນ​ດີຫຼາຍ​ກວ່າ, ທ່ານ ​ເຄຣີ ກ່າວ​ວ່າ, ​ເຖິງ​ວ່າ​ອາ​ເມ​ລິ​ກາ​ແລະ​ອີຣານຍັງ​ມີ​ບັນຫາ​ສ່ວນ​ໃດ​ໜຶ່ງຕໍ່​ກັນ​ແລະ​ອາ​ເມ​ລິ​ກາ​ກໍ​ສຸມ​ໃສ່​ແກ້​ໄຂ​ບັນຫາ​ເຫຼົ່າ​ນີ້​ກໍ​ຕາມ, ​ແຕ່ກໍ​ບໍ່ສາມາດ​ປະຕິ​ເສດ​ວ່າ, ການ​ທີ່​ອີຣານມີ​ອິດ​ທິພົນ​ຢູ່​ອີຣັກນັ້ນ​ໄດ້​ກາຍ​ເປັນ​ປະ​ໂຫຍ​ດ​ໃນ​ບາງ​ດ້ານ​ເຊິ່ງອີຣານມີຈຸດໝາຍຕໍ່ຕ້ານ​ກຸ່ມ IS ຢູ່​ອີຣັກ, ສ່ວນ​ຕົນ​ແລະ​ອີຣານກໍມີ​ສ່ວນ​ຮ່ວມຕໍ່​ເປົ້າ​ໝາຍ​ດັ່ງກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ