ຈີນ​ຮັບ​ເໝົາ​ໂຄງການ​ສຳຫຼວດ​ແລະ​ອອກ​ແບບ​ໂຄງການສາຍ​ສົ່ງ​​ໄຟຟ້າລາວ
2016-06-30 15:22:03  cri 
    ສະ​ຖາ​ບັນ​ກວາງ​ຕຸ້ງຂອງ​ບໍລິສັດ​ຫຸ້ນ​ສ່ວນ​ກໍ່ສ້າງ​ພະລັງງານ​ຈີນ​ຈຳກັດ​ໄດ້​ເຊັນ​ສັນຍາ​ໂຄງການ​ສຳຫຼວດ​ແລະ​ອອກ​ແບບ​ໂຄງການສາຍ​ສົ່ງ​ໄຟຟ້າ​ເຊ​ກອງ-2 ຂອງ​ເຂື່ອນ​ໄຟຟ້າ​​ເຊ​ກະ​ໝານ​ສປປລາວ.

    ສະ​ຖາ​ບັນ​ກວາງ​ຕຸ້ງຈະ​ຮັບຜິດຊອບ​ວຽກ​ງານ​ອອກ​ແບບ​ກໍ່​ສ້າງ​ແລະ​ຂະຫຍາຍ​ສະຖານີ​ສົ່ງ​​ໄຟຟ້າ 7 ​ແຫ່ງ ​ເຊິ່ງມີ​ຈຸດປະສົງ​ເພື່ອ​ນຳ​ກະ​ແສໄຟຟ້າ​ນ້ຳຕົກ​ຈາກ​ແຂວງ​ເຊ​ກອງ​ແລະ​​ອັດ​ຕະປື ທາງ​ພາກ​ໃຕ້​ຂອງ​ລາວ​ສູ່​ສະຖານີ​ພັກ​ໄຟເຊ​ກອງ-2 500KV ​ແລະ​ຜ່ານ​ການ​ສ້າງ​ເຄືອ​ຂ່າຍ​ໄຟຟ້າ​ຢູ່​ພາ​ກ​ໃຕ້​ຂອງ​ລາວ ​ເພື່ອ​ບັນລຸ​ການ​ເຊື່ອມ​ຈອດ​ເຄືອ​ຂ່າຍ​ໄຟຟ້າຫຼັກ​ຂອງ​ລາວ. ຂະນະ​ດຽວ​ກັນ ກໍ​ຈະ​ສ້າງ​ເຄືອ​ຂ່າຍ​ໄຟຟ້າຢູ່ແຂວງ​ບໍ່​ແກ້ວ ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການການ​ຊົມ​ໃຊ້​ໄຟຟ້າ​ຂອງ​ທ້ອງ​ຖິ່ນ ​ແລະ​ບູລະນະ​ເຄືອ​ຂ່າຍ​ໄຟຟ້າ​ຢູ່​ພາກ​​ເໜືອ​ຂອງ​ລາວ​ຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ