G20ຈະ​ຄົ້ນຄວ້າ​ສ້າງ​ຍຸດ​ທະ​ສາດ​ການ​ຄ້າ​ທົ່ວ​ໂລກ​ເຕີບ​ໂຕ
2016-07-01 15:44:58  cri 
ຂ່າວສານ​ຊິນ​ຮວາ​ລາຍ​ງານ​ວ່າ: ວັນ​ທີ 30 ມິ​ຖຸນາ​ແລ້ວ​ນີ້, ທ່ານ​ຫວາງ​ໂຊ້​ເວິນ ຮອງ​ລັດຖະມົນຕີ​ກະຊວງ​ການ​ຄ້າ​ຈີນ​ຖະ​ແຫຼ​ງວ່າ: ກອງ​ປະ​ຊຸມ​ລັດຖະມົນຕີ​ການ​ຄ້າ G20 ທີ່​ຈະ​ຈັດ​ຂຶ້ນຢູ່​ຊຽງ​ໄຮ​ໃນ​​ໄວໆ​ນີ້​ຈະ​ຄົ້ນຄວ້າ​ສ້າງ​ຍຸດ​ທະ​ສາດ​ການ​ຄ້າ​ທົ່ວ​ໂລກ​ເຕີບ​ໂຕ​ຂອງ G20​ເພື່ອ​ປັບປຸງ​ການ​ຄຸ້ມ​ຄອງ​ການ​ຄ້າ​ທົ່ວ​ໂລກ​ໃຫ້​ດີ​ຂຶ້ນ.

ທ່ານ​ຫວາງ​ໂຊ້​ເວິນ​ກ່າວ​ວ່າ: G20ຈະ​ ​ຢ້ຳການ​ສະໜັບສະໜູນ​ອົງການ​ການ​ຄ້າ​ໂລກ​ຫຼື WTO ​ແລະ​ຈະ​ສືບ​ຕໍ່​ໃຫ້​ຄຳ​ໝັ້ນ​ສັນຍາ​ກ່ຽວ​ກັບ​ບົດບາດການ​ເປັນ​ໃຈກາງ​ຂອງ WTO​ໃນ​​ໂຄງ​ປະກອບ​ການ​ຄ້າ​ໂລກ.

ທ່ານ​ຫວງ​ໂຊ້​ເວິນ​ກ່າວ​ຕື່ມ​ວ່າ: ຄວນ​ຄັດຄ້ານ​ລັດທິ​ປົກ​ປ້ອງ​ການ​ຄ້າ. ນັບ​ແຕ່​​ເກີດ​ວິ​ກິດ​ການ​ການ​ເງິນ​ມາ​ນີ້, ຫຼາຍ​ສະມາຊິກຂອງ WTO​ໄດ້​ໃຊ້​ມາດ​ຕະການ​ປົກ​ປ້ອງ​ການ​ຄ້າ ​ເຊິ່ງມາດ​ຕະການ​ເຫຼົ່າ​ນີ້​ເປັນສາ​ເຫດ​ໜຶ່ງ​ທີ່ສຳຄັນ​ເຮັດ​ໃຫ້ການ​ຄ້າ​ທົ່​ວ​ໂລກຂະຫຍາຍຕົວຊ້າ​ລົງ. ການ​ທີ່20ສະມາຊິກ​ໃນG20 ​ໃນ​ຖານະ​ເປັນກຸ່ມ​ການ​ຄ້າ​ແລະ​ເສດຖະກິດ​ໃຫຍ່​ທີ່​ສຸດນັ້ນ​ຖື​ການ​ຈັດ​ຕັ້ງ​ປະຕິບັດຂອງ​ຕົນ​ເປັນ​ໂຕ​ແບບ, ຫຼຸດຜ່ອນ​ມາດ​ຕະການ​ຈຳກັດ​ການ​ຄ້າ​ແລະນີ້​ຄື​ການ​ສະໜັບສະໜູນ​ອັນ​ສຳຄັນ​ຕໍ່​ໂຄງ​ປະກອບ​ການ​ຄ້າ​ຫຼາຍ​ຝ່າຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ