ພັກ​ການ​ເມືອງ​ແລະ​ຜູ້​ນຳຂອງ​ປະ​ເທດ​ໃກ້​ຄຽງອວຍພອນ​ວັນ​ສ້າງ​ຕັ້ງພັກ​ກອມ​ມູນິດ​ຈີນຄົບຮອບ 95 ປີ
2016-07-02 15:40:18  cri 
  ຕາມ​ຂ່າວສານ​ຊິນ​ຮວາ: ຫວ່າງ​ມໍ່ໆ​ນີ້, ພັກ​ການ​ເມືອງ​ແລະຜູ້​ນຳ​ຂອງ​ປະ​ເທດ​ໃກ້​ຄຽງ​​ໄດ້ສົ່ງ​ໂທລະ​ເລກອວຍພອນ​ໄປ​ຍັງ​ຈີນເນື່ອງ​ໃນ​ໂອກາດ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ​ຈີນ​ຄົບຮອບ 95 ປີ.

  ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ຄະນະ​ກຳມະການ​ສູນ​ກາງ​ພັກ​ປະຊາຊົນ​ກຳປູ​ເຈຍ​ແລະ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ​ຕ່າງ​ໄດ້​ສົ່ງ​ໂທລະ​ເລກອວຍພອນ​ໄປ​ຍັງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໂດຍ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຢ່າງ​ສຸດ​ໃຈຕໍ່​ຜົນສຳ​ເລັດ​ຂອງ​ພັກ​ກອມ​ມູນິດ​ຈີນ​ກໍ​ຄື​ປະຊາຊົນ​ຈີນ​ໃນ​ການ​ສ້າງສາ​ພາລະ​ກິດສັງຄົມ​ນິຍົມ​ທີ່​ມີສີສັນ​ພິ​ເສດ​ຂອງ​ຈີນ​ໂດຍ​ສະ​ເພາະ​ຜົນສຳ​ເລັດ​ໃນ​​ການ​ປະຕິ​ຮູ​ບ​ແລະເປີດ​ປະຕູ​ສູ່​ພາຍ​ນອກ​ແລະ​ການ​ກໍ່ສ້າງ​ໃຫ້​ຫັນເປັນທັນ​ສະ​ໄໝ ທັງ​ອວຍພອນ​ພັກກອມ​ມູນິດ​ຈີນ​ຈົ່ງສືບ​ຕໍ່​ໄດ້​ຮັບ​ຜົນສຳ​ເລັດ​ອັນ​ໃໝ່​ໃຫຍ່​ຫຼວງ​ກວ່າ​ເກົ່າ​ໃນ​ການບັນລຸ​​ເປົ້າ​ໝາຍ​ສັງຄົມ​ອີ່ມ​ໝຳສຳລານຢ່າງຮອບ ດ້ານ​​ແລະອວຍພອນ​ໃຫ້ບັນລຸ​ເປົ້າ​ໝາຍສູ້​ຊົນ 100 ປີ 2 ​ເຫດການ​ແລະ​ຄວາມ​​ໄຝ່ຝັນ​ຂອງ​ຈີນ​ໂດຍ​ໄວ.

  ນອກ​ນີ້, ທ່ານ​ ກິມ​ເຈິ​ງອຸນ ​ປະທານພັກແຮງ​ງານ ສປປ ​ເກົາຫຼີ​ແລະ​ທ່ານ ມິ​ເຢກອມ​ໂບ ​ເອນ​ຮ໌​ໂບນດ໌ ປະທານ​ພັກ​ປະຊາຊົນ​ມົງ​ໂກ​ລີ​ກໍ​ໄດ້​ສົ່ງ​ໂທລະ​ເລກອວຍພອນເຖິງ​ທ່ານ ສິຈິ້ນ​ຜິ​ງ ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ເຊັ່ນ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ