ຣັດ​ເຊຍ​ອາ​ເມ​ລິ​ກາ​ຫາລື​ຄວາ​ມເປັນ​ໄປ​ໄດ້​ໃນ​ການ​ປະສານ​ງານ​​ໂຈມ​ຕີ​ກຸ່ມ​ກໍ່​ການ​ຮ້າຍ​ຢູ່​ດິນ​ແດນ​ຊີຣີ
2016-07-03 17:08:16  cri 
ວັນ​ທີ 2 ກໍລະກົດ​ນີ້, ທ່ານ​ເຊີ​ແກ ລັຟລົຟ ລັດຖະມົນຕີ​ການ​ຕ່າງປະ​ເທດຣັດ​ເຊຍ​ໄດ້​ສົນທະນາ​ຜ່ານ​ທາງ​ໂທລະສັບ​ກັບ​ທ່ານ​ຈອນ​ເຄຣີ ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ,ສອງ​ຝ່າຍ​ໄດ້​ປຶ​ກສາ​ຫາລື​ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ປະສານ​ງານ​ໂຈມ​ຕີ​ກຸ່ມ​ກໍ່​ການ​ຮ້າຍ​ຢູ່​ດິນ​ແດນ​ຊີຣີ.

ຕາມ​ກະຊວງ​ການ​ຕ່າງປະ​ເທດ​ຣັດ​ເຊຍ​ແຈ້ງ​ໃຫ້​ຊາບ​ວ່າ:ທ່ານລັຟລົຟ​ແລະ​ທ່ານ​ເຄຣີ​ໄດ້​ຫາລື​ວິຖີ​ທາງ​ໃນ​ການ​ແກ້​ໄຂ​ການ​ປະ​ທະ​ກັນຢູ່​ຊີຣີ​ເຊິ່ງລວມທັງ​ຄວາມ​ເປັນ​ໄປ​ໄດ້​ທີ່​ສອງ​ປະ​ເທດ​ປະສານ​ງານ​ກັນ​ໃນ​ການ​ໂຈມ​ຕີ​ກຸ່ມກໍ່​ກາ​ນຮ້າຍ​ຢູ່​ດິນ​ແດນ​ຊີຣີ.

ໜັງສືພິມ​ວໍ​ຊິງ​ຕັນ​ໂພສສະບັບ​ວັນ​ທີ 30 ມິຖຸນາ​ຜ່ານ​ມາລາ​ຍງານ​ວ່າ: ລັດຖະບານ​ໂອ​ບາ​ມາ​ໄດ້​ມີ​ຂໍ້​ສະ​ເໜີ​ຕໍ່​ລັດຖະບານຣັດ​ເຊຍ​ເພື່ອ​ລົງ​ເລິກ​ການ​ຮ່ວມ​ມື​ທາງ​ການ​ທະຫານກ່ຽວ​ກັບບັນຫາ​ຊີຣີ.
ວັນ​ທີ 22 ກຸມພາ​ຜ່ານ​ມາ, ຣັດ​ເຊຍ​ແລະ​ອາ​ເມ​ລິ​ກາ​ໄດ້​ບັນລຸ​ສັນຍາ​ກ່ຽວ​ກັບ​ການ​ຢຸດ​ຍິງ​ຂອງ​ບັນດາ​ຝ່າຍ​ທີ່​ປະ​ທະ​ກັນ​ຢູ່​ຊີຣີ ​ເຊິ່ງສັນຍາ​ດັ່ງກ່າວ​ເກີດ​ມີ​ຜົນ​ສັກສິດ​ມາ​ແຕ່​ວັນ​ທີ 27 ກຸມພາ, ​ແຕ່​ການ​ຢຸດ​ຍິງ​ບໍ່​ໄດ້​ກວມ​ເຖິງ​ການ​ໂຈມ​ຕີ​ກຸ່ມ​ກໍ່​ການ​ຮ້າຍ​ທີ່​ໄດ້​ຮັບ​ການ​ຢືນຢັນ​ຈາກ​ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ​ເຊັ່ນ​ກຸ່ມ IS ​ແລະ​ກຸ່ມ​ "​ແນວ​ໂຮມ​ກູ້​ຊາດ". ​ໃນ​ຫຼາຍ​ເດືອນ​ມາ​ນີ້, ກຸ່ມ IS ​ແລະ​ກຸ່ມ​ "​ແນວ​ໂຮມ​ກູ້​ຊາດ"ພ້ອມ​ດ້ວຍ​ກຸ່ມ​ຕໍ່ຕ້ານ​ລັດຖະບານ​ອື່ນໆ​ໄດ້​ຍິງ​ປະ​ທະ​ກັບ​ກອງທັບ​ລັດຖະບານ​ຊີຣີ​ໃນ​ບາງ​ຄັ້ງ​ຄາວ, ສະຖານະ​ການ​ຄວາມ​ໝັ້ນຄົງ​ຢູ່​ຊີຣີບໍ່​ສາມາດ​ເຫັນ​ໄປ​ໃນ​ແງ່​ດີ​ໄດ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ