ການ​ປຶກສາ​ຫາລືແລະ​ເຈລະຈາເປັນວິທີ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ​ຢູ່​ທະ​ເລ​ຈີນ​ໃຕ້​ດີ​ທີ່​ສຸດ
2016-07-07 12:00:14  cri 
  ຫວ່າງ​ມໍ່ໆ​ນີ້, ທ່ານ ອັບ​​ໂດ ​ໂກ​ໂຣມາ ອະດີດ​ຜູ້​ພິພາກສາ​ສານ​ໂລກ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວ່າ, ການ​ທີ່​ໃຫ້​ປະ​ເທດ​ໃດ​ໜຶ່ງ​ເຫັນ​ດີນຳ​ເປັນ​ປັດ​ໄຈ​ທີ່​ຂາດ​ບໍ່​ໄດ້​ໃນການ​ຕັດສິນ​ແບບ​ບັງຄັບ​ແຕ່​ສຳລັບ​ບັນຫາ​ອະ​ທິປະ​​ໄຕ​ເໜືອ​ດິນ​ແດນ​ແລະການ​ຂີດ​​ແບ່ງ​ຊາຍ​ແດນ​ທາງ​ທະ​ເລທີ່ຈີນ​ບໍ່​ຮັບ​ເອົາ​ວິທີ​ແກ້​ໄຂ​ຈາກ​ການ​ຂໍ້​ຮອງ​ນຳ​ຝ່າ​ຍທີ 3 ​ນັ້ນ, ຜົນ​ການ​ຕັດສິນ​ຂອງ​ສານ​ອະນຸຍາ​ໂຕ​ຕຸລາການຕໍ່​ບັນຫາ​ທະ​ເລ​ຈີນ​​ໃຕ້ກໍ​ບໍ່​ມີ​ຜົນ​ບັງຄັບ​ໃຊ້.

  ທ່ານ ​ໂກ​ໂຣມາ ​​ຊ່ຽວຊານ​ກົດໝາຍ​ສາກົນເປັນ​ໜຶ່ງ​ໃນ​ຜູ້​ຮ່າງ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ວ່າ​ດ້ວຍ​ກົດໝາຍ​ທະ​ເລ​ແລະດ້ວຍ​ປະສົບ​ການ​​ໃນ​ການຄົ້ນຄວ້າ​ກົດໝາຍ​ສາກົນ​​ເປັນ​ເວລາ​ຫຼາຍ​ສິບ​ປີແລະມີ​ບົດຮຽນ​ຈາກ​ພຶດຕິ​ກຳ​ຕົວ​ຈິ​ງນັ້ນເຫັນ​ວ່າ, ການ​ປຶກສາ​ຫາລືແລະ​ເຈລະຈາ​ກັນ​ເປັນວິທີ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ​ຢູ່​ທະ​ເລ​ຈີນ​ໃຕ້​ດີ​ທີ່​ສຸດ. ຂະນະ​ທີ່​ການ​ຫວັງ​​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນຈາກ​ການ​ຮ້ອງ​ຂໍ​ນຳຝ່າຍ​ທີ 3 ທີ່​ໄຮ້​ຄວາມສັກສິດ​ທາງນິຕິ​ທຳ​​ພຽງ​ຝ່າຍ​ດຽວ​ນັ້ນ​ເປັນການ​ກະທຳ​ທີ່​​ເຫັນ​ແກ່ຜົນ​ປະ​ໂຫຍ​ດ​ໃນ​ປັດຈຸບັນ​ເຊິ່ງ​ບໍ່​ພຽງ​ແຕ່​ບໍ່​ເປັນ​ປະ​​ໂຫຍ​ດຕໍ່​ການ​ແກ້​ໄຂ​ບັນຫາ​ເທົ່າ​ນັ້ນ​ຫາກ​ຍັງ​ຈະ​ທຳລາຍ​ວິທີ​ແກ້​ໄຂ​ບັນຫາ​ໂດຍ​ຜ່ານ​ການ​ເຈລະຈາ.

  ທ່ານ ​ໂກ​ໂຣມາ ກ່າວ​ຕື່ມ​ວ່າ, ​ໃນ​ໄລຍະ​ຜ່ານ​ມາ, ທະ​ເລ​ຈີນ​ໃຕ້​ເປັນ​ເຂດ​ທະ​ເລ​ທີ່​ມີ​ສັນຕິພາບ, ຂະນະ​ທີ່​ຈີນ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ສຳຄັນ​ທີ່​ສຸດ​ໃນ​ການ​ປົກ​ປັກ​ຮັກສາ​ສັນຕິພາບຢູ່​ເຂດ​ທະ​ເລ​ດັ່ງກ່າວ​ເຊິ່ງບົດບາດ​ສ້າງສັນ​ຂອງ​ຈີນ​ເປັນສິ່ງ​ທີ່​ໜ້າ​ຍ້ອງຍໍ​ສັນລະ​ເສີນ. ​ແນວ​ໃດ​ກໍ​ດີ, ການ​ທີ່​ເອົາຄວາມ​ຂັດ​ແຍ້​ງກັນ​ຢູ່​ທະ​ເລ​ຈີນ​ໃຕ້​ໃຫ້​ສານ​ອະນຸຍາ​ໂຕ​ຕຸລາການ​ທີ່​ບໍ່​ມີ​ຄວາມສັກສິດທາງນິຕິ​ທຳ​ມາແກ້​ໄຂ​​ເຊິ່ງບໍ່ພຽງ​ຝ່າຍ​ດຽວ​ນັ້ນ​ພຽງ​ແຕ່​ຈະ​ກໍ່​ຄວາມ​ວຸ້ນວາຍ​ຢູ່​ເຂດ​ທະ​ເລ​ນີ້​​ເທົ່ານັ້ນທັງ​ຍັງ​ບໍ່​ເປັນ​ປະ​ໂຫຍ​ດ​ຕໍ່​ການ​ແກ້​ໄຂ​ບັນຫາ​ຢ່າງ​ແທ້​ຈິງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ