ເປີດ​ເຜີຍ​ຖະ​ແຫຼ​ງການ​ຂອງ​ລັດຖະມົນຕີ​ການ​ຄ້າG20ສະບັບ​ທຳ​ອິດ​ໃນ​ປະຫວັດສາດຢູ່​ຊຽງ​ໄຮ
2016-07-11 10:18:04  cri 
ກອງ​ປະຊຸມ​ລັດຖະມົນຕີ​ການ​ຄ້າ​ກຸ່ມ20​ປະ​ເທດ​ຫຼື G20 ​ໄດ້​ອັດ​ລົງ​ແລ້ວ​ໃນ​ວັນ​ທີ 10 ກໍລະກົດ​ນີ້​ຢູ່​ນະຄອນຊຽງ​ໄຮ​ ສປ ຈີນ​ແລະ​ໃນ​ໂອກາດ​ດັ່ງກ່າວທ່ານ​ກ່າວ​ຫູ​ເສິງ ປະທານ​ກອງ​ປະຊຸມ, ລັດຖະມົນຕີ​ກະຊວງການ​ຄ້າ​ຈີນ​ຖະ​ແຫຼ​ງວ່າ: ກອງ​ປະຊຸມ​ໄດ້​ເປີດ​ເຜີຍ​ຖະ​ແຫຼ​ງການ​ລັດຖະ ມົນຕີ​ການ​ຄ້າ​ສະບັບ​ທຳ​ອິດ​ໃນ​ປະຫວັດສາດຂອງ G20 ​ແລະ​ໄດ້​ອະນຸມັດ​ເອກະສານ​ສາມ​ສະບັບທັງ​ໄດ້​ບັນລຸ​ຄວາມ​ເປັນ​ເອກະ​ພາບ​ກັນ​ສອງ​ປະການ​​ເຊິ່ງນັບ​ວ່າ​ເປັນ​ຜົນສຳ​ເລັດ​ສຳຄັນ​ຄັ້ງ​ປະຫວັດ​ການ.

ຖະ​ແຫຼ​ງການ​ລະບຸ​ວ່າ: ພວກ​ຂ້າພະ​ເຈົ້າ​ເຫັນ​ດີ​ນຳ​ໃຊ້​ການຈັດ​ຕັ້ງ​ປະຕິບັດ​ຫຼາຍ​ກວ່າ​ເກົ່າ​ເພື່ອ​ບັນລຸ​ເປົ້າ​ໝາຍ​ຮ່ວມ​ຄື​ເຮັດ​ໃຫ້​ເສດຖະກິດ​ໂລກ​ເຕີບ​ໂຕ, ໝັ້ນ​ທ່ຽງ​ແລະ​ຈະ​ເລີ​ນຮຸ່ງ​ເຮືອງ. ການ​ຄ້າ​ແລະ​ການ​ລົງທຶນຄວນ​ສືບ​ຕໍ່​ເປັນ​ກຳລັງ​​ແຮງ​ສຳຄັນ​ໃນ​ການ​ຊຸກຍູ້​ໃຫ້​ເສດຖະກິດ​ເຕີບ​ໂຕ​ແລະ​ພັດທະນາ,​ເປັນຜົນ​ດີ​ຕໍ່​ການ​ສ້າງ​ວຽກ​ເຮັດ​ງານ​ທຳ, ສົ່ງ​ເສີມ​ການ​ປະດິດ​ສ້າງ, ​ເພີ່ມ​ສະຫວັດດີ​ການ​ພ້ອມ​ທັງ​ຊຸກຍູ້​​ໃຫ້​ເສດຖະກິດ​ເຕີບ​ໂຕ​ໃນ​ລັກສະນະ​ເປີດ​ກວ້າງ.

ທ່ານ​ກ່າວ​ຫູ​ເສິງ​ກ່າວ​ໃນ​ພິທີຖະ​ແຫຼ​ງຂ່າວ​ວ່າ: ກອງ​ປະຊຸມ​ໄດ້​ກຳນົດພາລະ​ໜ້າ​ທີ່​ວຽກງານ​ຂອງ​ໜ່ວຍ​ງານ​ການ​ຄ້າ​ແລະ​ການ​ລົງທຶນ, ຍຸດທະ​ສາດ​ການ​ເຕີບ​ໂຕ​ຂອງ​ການ​ຄ້າ​ທົ່ວ​​ໂລກແລະ​ຫຼັກການ​ຊີ້​ນຳ​ການ​ລົງທຶນ​ທົ່ວ​ໂລກຂອງ G20.

ທີ່​ສຳຄັນ, ກອງປະ​ຂຸມ​ໄດ້​ບັນລຸ​ຄວາມ​ເປັນ​ເອກະ​ພາບ​ກັນ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ລະບົບ​ການ​ຄ້າ​ຫຼາຍ​ຝ່າຍທັງບັນລຸ​ຄວາມ​ເປັນ​ເອກະ​ພາບ​ກັນ​ກ່ຽວ​ກັບ​ການ​ປະຕິບັດ​ນະ​ໂຍບາຍລວມ,ຊ່ວຍ​ປະ​ເທດ​ພວມ​ພັດທະນາ​ແລະ​ວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ນ້ອ​ບ​ເຊື່ອມ​ໂຍງ​ເຂົ້າ​ກັບ​​ຕ່ອງ​ໂສ້ມູນ​ຄ່າທົ່ວ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ