ຈີນ​ເຫັນ​ວ່າ ປະຊາ​ຄົມ​ໂລກ​ຄວນ​ຮັກສາ​ສະຕິ​ລະວັງ​ຕົວສູງ​ຫຼັງ​ອາ​ເມ​ລິ​ກາ​ສວຍ​ໃຊ້​ກົດໝາຍ​ລະຫວ່າງ​ຊາດ
2016-07-13 16:24:22  cri 
 ຢູ່​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໃນວັນ​ທີ 12 ກໍລະກົດ​ນີ້, ທ່ານ​ລູ້​ຄ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ຖະ​ແຫຼ​ງວ່າ: ກ່ອນ​ທີ່​ອາ​ເມ​ລິ​ກາ​ປະຕິບັດ​ຍຸດ​ທະ​ສາດ "ສ້າງ​ຄວາມກ້ຳ​ເກິ່ງ​ກັນ​ຄືນ​ໃໝ່​ຢູ່​ອາຊີ​ປາຊີ​ຟິກ"​ແລະ​ຖື​ວ່າຢູ່​ເຂດ​ທະ​ເລ​ຈີນ​ໃຕ້​ຈະ​ມີ​ຂໍ້​ຂັດ​ແຍ້​ງ, ລະຫວ່າງ​ປະ​ເທດ​ກ່ຽວຂ້ອງ​ມີ​ຄວາມ​ຂັດ​ແຍ້​ງກໍ​ຕາມ,​ແຕ່​​ໂດຍ​ລວມ​ແລ້ວຍັງມີ​ຄວາມສະຫງົບ​ແລະ​ມີສັນຕິພາບ​ທີ່​ສຸດ. ​ແນວ​ໃດ​ກໍ​ດີ, ​ພາຍຫຼັງ​ອາ​ເມ​ລິ​ກາ​ປະຕິບັດ​ຍຸດ​ທະ​ສາດ​ດັ່ງກ່າວ​ແລ້ວຈິ່ງ​ເກີດການ​ປ່ຽນ​ແປງ.

ທ່ານ​ລູ້​ຄ່າງ​ກ່າວ​ຕື່ມ​ວ່າ: ຊາວ​ອາ​ເມ​ລິ​ກາ​ບາງ​ຄົນ​ມັກອ້າງ​ສະ​ເໝີ​ວ່າ​ຕົນ​ເປັນ​ຜູ້​ຮັກສາ​ກົດໝາຍ​ທະ​ເລ, ຂະນະ​ທີ່​ມາເຖິງ​ປັດຈຸບັນ,ສົນທິສັນຍາ​ກົດໝາຍ​ທະ​ເລ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ທີ່​ມີ​ຜົນ​ສັກສິດ​ມາ​ໄດ້ 34 ປີ​ແລ້ວ​ກໍ​ຍັງ​ບໍ່​ຮັບຮອງ​ສົນທິສັນຍາ​ດັ່ງກ່າວ; ຂະນະ​ດຽວ​ກັນ,ຄົນ​​ເຫຼົ່າ​ນີ້ມັກ​ເວົ້າສະ​ເໝີ​ໂດຍ​ຮຽກຮ້ອງ​ໃຫ້​ປະ​ເທດ​ອື່ນ​ຮັບ​ເອົາ​ວິທີ​ແກ້​ໄຂ​ຂໍ້​ຂັດ​ແຍ້​ງຈາກຝ່າຍ​ທີ​ສາມ,​ແຕ່​ຕົນ​ເອງ​ພັດຫຼົບ​ຫຼີກ​​ແລະ​ສຸດ​ທ້າຍ​ກໍປະຕິ​ເສດ​ບໍ່​ຍອມຮັບ​ຄຳ​ຕັດສິນ​ແລະ​ຄຳ​ສັ່ງ​ຈາກ​ສານ​ສາກົນ​ທີ່​ເປັນ​ອົງການ​ຕຸລາການ​ສຳຄັນ​ທີ່​ສຸດ​ຂອງ​ອົງການ​ສະຫະ​ປະຊາ​ຊາດ. ວິທີ​ການສວຍ​ໃຊ້ກົດໝາຍ​ລະຫວ່າງ​ຊາດ​ ​ຄື "ນຳ​ໃຊ້​ຖ້າ​ມັນ​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຂອງ​ຕົນ ​ແຕ່ບໍ່​ສົນ​ໃຈ​ຫາກມັນ​ບໍ່​ສອດ​ຄ່ອງ​ຜົນ​ປະ​ໂຫຍ​ດຂອງ​ຕົນ"ນັ້ນ​ໄດ້​ທຳລາຍ​ຄວາມ​ສັກສິດ, ຄວາມ​ເຄັ່ງ​ຄັດ​ແລະຜົນ​ສັກສິດ​ຂອງ​ກົດໝາຍ​ລະຫວ່າງ​ຊາດ​ຢ່າງ​ໜັກໜ່ວງ ​ແລະ​ນີ້​ກໍ​ຄື​ຄວາມ​ອັນຕະລາຍ​ແລະ​ເປັນສັນຍານ​ເຕືອນໃຫ້​ປະຊາ​ຄົມ​ໂລກ​ຄວນ​ມີ​ສະຕິ​ລະວັງ​ຕົວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ