ຫ້ອງການ​ຖະ​ແຫຼງຂ່າວ​ລັດຖະບານ​ຈີນ​ເຜີຍ​ແຜ່​ປື້​ມປົກ​ຂາວ "ຈີນ​ຍຶດໝັ້ນ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັບ​ຟິລິບ​ປິນ​ໃນ​ບັນຫາທະ​ເລຈີນ​ໃຕ້​ໂດຍ​ຜ່ານ​ການ​ເຈລະຈາ"
2016-07-13 16:23:34  cri 

ວັນ​ທີ 13 ກໍລະກົດ​ນີ້, ຫ້ອງການ​ຖະ​ແຫຼງຂ່າວ​ລັດຖະບານ​ຈີນ ​ໄດ້​​ເຜີຍ​ແຜ່​ປື້​ມປົກ​ຂາວ "ຈີນ​ຍຶດໝັ້ນ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງທີ່​ກ່ຽວຂ້ອງ​ກັບ​ຟິລິບ​ປິນ​ໃນ​ບັນຫາ​ທະ​ເລ​ຈີນ​ໃຕ້​ໂດຍ​ຜ່ານ​ການ​ເຈລະຈາ".

ປື້​ມປົກ​ຂາວ​ດັ່ງກ່າວປະກອບ​ມີ 5 ພາກ ຄື ໝູ່​ເກາະ​ໜານ​ຊ່າ​ແມ່ນ​ດິນ​ແດນ​ຂອງ​ຈີນ​ມາ​ແຕ່​ປະຫວັດສາດ, ຄວາມ​ເປັນ​ມາ​ຂອງ​ຄວາມ​ຂັດ​ແຍ້​ງກັນ​ລະຫວ່າງ​ຈີນ-ຟິລິບ​ປິນ​ໃນ​ບັນຫາ​ທະ​ເລ​ຈີນ​ໃຕ້, ຈີນ​ແລະ​ຟິລິບ​ປິນ​ບັນລຸ​ຂໍ້​ຕົກລົງ​ໃນ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ້ງທີ່​ກ່ຽວຂ້ອງ​ໃນ​ບັນຫາ​ທະ​ເລ​ຈີນ​ໃຕ້, ​ສະພາບ​ການ​ເຄື່ອນ​ໄຫວຢ່າງ​ຕໍ່​ເນື່ອງ​ຂອງຟິລິບ​ປິນ​ເພື່ອ​ເຮັດ​ໃຫ້​ຄວາມ​ຂັດ​ແຍ້​ງທີ່​ກ່ຽວຂ້ອງ​ສັບສົນ​ຍິ່ງ​ຂຶ້ນ ​ແລະ ນະ​ໂຍບາຍໃນ​ການ​ແກ້​ໄຂ​ບັນຫາ​ທະ​ເລ​ຈີນ​ໃຕ້​ຂອງ​ຈີນ.

ປື້​ມປົກ​ຂາວ ລະບຸ​ວ່າ: ປະຊາຊົນ​ຈີນອາ​ໄສ​ຢູ່​ທະ​ເລ​ຈີນ​ໃຕ້​​ມາດົນ​ກວ່າ 2000 ​ປີ​ແລ້ວ. ຈີນ​ແມ່ນ​ປະ​ເທດ​ທີ່​ຄົ້ນພົບ, ຕັ້ງຊື່ ​ແລະ ພັດທະນານຳ​ໃຊ້​ໝູ່ເກາະໜານ​ຊ່າ​ພ້ອມ​ດ້ວຍ​ເຂດ​ທະ​ເລ​ທີ່​ກ່ຽວຂ້ອງ​ກ່ອນ​ປະ​ເທດ​​ໃດໆ, ​ແມ່ນ​ປະ​ເທດ​ທີ່​ໃຊ້​ອຳນາດ​ອະທິປະ​ໄຕ​​ແລະ​ຄອບ​ຄອງ​ໝູ່​ເກາະ​ໜານ​ຊ່າ​ພ້ອມ​ດ້ວຍ​ເຂດ​ທະ​ເລ​ທີ່​ກ່ຽວຂ້ອງ​ຢ່າງ​ຕໍ່​ເນື່ອງ, ສັນຕິພາບ ​ແລະ ມີ​ປະສິດທິ​ຜົນ​ກ່ອນ​ປະ​ເທດ​ໃດໆ. ອຳນາດ​ອະທິປະ​ໄຕ​ເໜືອ​ໝູ່​ເກາະ​ໜານ​ຊ່າ​ຂອງ​ຈີນ ​ແລະ ສິດຜົນປະ​ໂຫຍ​ດທີ່​ກ່ຽວຂ້ອງ​​ໃນ​ທະ​ເລ​ຈີນ​ໃຕ້ ​ກຳ​ເນີ​ດຂຶ້ນ​ໃນ​ຂະ​ບວນວິວັດ​ປະຫວັດສາດ​ທີ່​ຍາວ​ນານ ​ເຊິ່ງ​ໄດ້ຮັບ​ການ​ຮັບຮອງ​​ຢ່າງ​ກວ້າງຂວາງຈາກປະຊາ​ຄົມ​ໂລກ ​ແລະ ມີຫຼັກອ້າງ​ອີງ​ທາງ​ປະຫວັດສາດ​ແລະ​ກົດໝາຍຢ່າງ​ເຕັມ​ສ່ວນ.

ປຶ້ມ​ປົກ​ຂາວ​ຊີ້​ໃຫ້​ເຫັນ​ວ່າ: ບັນຫາ​ໃຈກາງ​ຂອງ​ຂໍ້​ຂັດ​ແຍ້​ງລະຫວ່າງ​ຈີນ-ຟີ​ລິບ​ປິນຢູ່​ທະ​ເລ​ຈີນ​ໃຕ້​ຄື​ບັນຫາ​ດິນ​ແດນ​ທີ່​ເກີດຂຶ້ນ​ເນື່ອງ​ຈາກ​ຟີ​ລິບ​ປິນຍຶດ​ເອົາ​ເກາະ​ແລະ​ຫີນ​ໂສ​ໂຄກ​ບາງ​ແຫ່ງ​ທີ່​ຂຶ້ນ​ກັບ​ໝູ່​ເກາະ​ນານ​ຊ່າ​ຂອງ​ຈີນ​ຢ່າງ​ຜິດ​ກົດໝາຍ. ​ເບິ່ງ​ຈາກ​ປະຫວັດສາດ​ແລະ​ກົດໝາຍ​ລະຫວ່າງ​ຊາດ​ແລ້ວ, ຈຸດ​ຢືນຂອງ​ຟີ​ລິ​ບປິນທີ່​ຮຽກຮ້ອງ​ເອົາ​ອະທິປະ​ໄຕ​ດ້ານ​ດິນ​ແດນ​ຂອງ​ເກາະ​ແລະ​ຫີນ​ໂສ​ໂຄກ​ບາງ​ແຫ່ງ​ໃນ​ໝູ່​ເກາະ​ນານ​ຊ່າ​ນັ້ນ​ແມ່ນ​ບໍ່​ມີ​ຫຼັກ​ອ້າງ​ອີງ​ແຕ່​ຢ່າງ​ໃດ​ເລີຍ. ນອກ​ນີ້, ການ​ພັດທະນາ​ຂອງ​ລະບົບ​ກົດໝາຍ​ທະ​ເລ​ສາກົນ​ໄດ້​ເຮັດ​ໃຫ້​ ​ຈີນ​ກັບ​ຟີ​ລິບ​ປິນ​ເກີດ​ຂໍ້​ຂັດ​ແຍ້​ງ​ໃນ​ການ​ຂີດ​ແບ່ງ​​ເສັ້ນ​ຊາຍ​ແດນ​ທາງ​ທະ​ເລ. ສອງ​ປະ​ເທດ​​ເຄີຍ​ໄດ້ປຶກສາ​ຫາລື​ມາ​ຫຼາຍ​ເທື່ອ​​ເພື່ອ​ແກ້​ໄຂ​ຂໍ້​ຂັດ​ແຍ້​ງທາງ​ທະ​ເລ​​ໃຫ້​ສຳ​ເລັດ​ໂດຍດີ ​ແລະ​ໄດ້​ບັນ​ລຸ​ຄວາມ​ເປັນ​ເອກະ​ພາບ​ກັນ​ກ່ຽວ​ກັບ​ການ​ແກ້​ໄຂ​ຂໍ້​ຂັດ​ແຍ້​ງ​ໂດຍ​ຜ່ານ​ການ​ປຶກສາ​ຫາລື​ແລະ​ເຈລະຈາ​ກັນ​ທັງ​ໄດ້​ລະບຸ​ໄວ້​ໃນ​ເອກະສານ​ຂອງສອງ​ຝ່າຍ​ມາ​ຫຼາຍ​ເທື່ອ​ແລ້ວ.

ປຶ້ມ​ປົກ​ຂາວ​ລະບຸ​ວ່າ: ປີ 2013, ລັດຖະບານ​ຟີ​ລິບປິນ​ສະ​ເໜີ​ໃຫ້​ສານ​ອະນຸຍາ​ໂຕ​ຕຸລາການ​ຕັດສິນ​ບັນຫາ​ທະ​ເລ​ຈີນ​ໃຕ້​ພຽງ​ຝ່າຍ​ດຽວ​ນັ້ນ​ໄດ້​ລະ​ເມີດ​ສັນຍາ​ລະຫວ່າງ​ຈີນ-​ຟີ​ລິບ​ປິນກ່ຽວ​ກັບ​ການ​ແກ້​ໄຂ​ຂໍ້​ຂັດ​ແຍ້​ງ​ໂດຍ​ຜ່ານ​ການ​ເຈລະຈາ​ສອງ​ຝ່າຍ​ແລະ​ລະ​ເມີດ​ສິດ​ທິຂອງ​ຈີນ​ໃນ​ຖານະ​ເປັນ​ປະ​ເທດ​ພາຄີ​ຂອງ​ສົນທິສັນຍາ​ກົດໝາຍ​ລະຫວ່າງ​ຊາດ​ຂອງສະຫະ​ປະຊາ​ຊາດ​ທີ່​​ໃຫ້​ເປັນ​ເຈົ້າ​ການ​ເລືອກ​ວິທີ​ແກ້​ໄຂ​ຂໍ້​ຂັດ​ແຍ້​ງ​ແລະ​ການ​ກະທຳ​ດັ່ງກ່າວ​ຂອງ​ລັດຖະບານ​ຟີ​ລິບ​ປິນຍັງ​ເປັນ​ການ​ນຳ​ໃຊ້​ຂັ້ນ​ຕອນ​ແກ້​ໄຂ​ຂໍ້​ຂັດ​ແຍ້​ງຂອງ​ສົນທິສັນຍາ​ດັ່ງກ່າວ​ຢ່າງ​ຜິດ​ກົດໝາຍ.ຂະນະ​ທີ່ສານ​ອະນຸ​ຍາ​ໂຕ​ຕຸລາການທີ່​ຕັດສິນ​ບັນຫາ​ທະ​ເລ​ຈີນ​ໃຕ້​​ສ້າງ​ຕັ້ງ​ຂຶ້ນ​ຕາມ​ຄຳ​ຮ້ອງ​ຂໍ​ພຽງ​ຝ່າຍ​ດຽວ​ຂອງ​ຟີ​ລິບ​ປິນນັ້ນກໍ​ບໍ່​ມີ​ສິດ​ຄຸ້ມ​ຄອງ​ແຕ່​ຫົວທີ. ສະນັ້ນ, ຄຳ​ຕັດສິນ​ຂອງ​ສານ​ດັ່ງກ່າວຈິ່ງເປັນ​ໂມຄະ​ແລະ​ບໍ່​ມີ​ຜົນ​ບັງຄັບ​ໃຊ້.ສິດ​ອຳນາດ​ອະທິປະ​ໄຕ​ດ້ານ​ດິນ​ແດນ​ແລະ​ສິດຜົນປະ​ໂຫຍ​ດທາງ​ທະ​ເລ​ຂອງ​ຈີນ​ຢູ່​ທະ​ເລ​ຈີນ​ໃຕ້​ບໍ່​ວ່າ​ໃນ​ກໍລະນີ​ໃດ​ກໍ​ຕາມ​ຈະ​ບໍ່​ໄດ້​ຮັບ​ຜົນ​ສະທ້ອນ​ຈາກ​ຄຳ​ຕັດສິນ​ຂອງ​ສານ​ອະນຸຍາ​ໂຕ​ຕຸລາການ. ຈີນ​ບໍ່​ຮັບ​ເອົາ, ບໍ່​ຍອມຮັບ​ຄຳ​ຕັດສິນ​ດັ່ງກ່າວ,ຄັດຄ້ານ​ແລະ​ກໍ​ບໍ່​ຮັບ​ເອົາ​ຈຸດ​ຢືນ​ແລະ​ການ​ກະທຳ​ໃດໆ​ບົນ​ພື້ນຖານຈາກ​ຄຳ​ຕັດສິນ​ດັ່ງກ່າວ.

ປື້​ມປົກ​ຂາວ​ເນັ້ນ​ວ່າ, ຈີນ​ປະຕິບັດ​ຕາມຈຸດປະສົງ​ແລະ​ຫຼັກການ​ຂອງ "ກົດ​ບັດ​ສະຫະ​ປະຊາ​ຊາດ" ມາ​ໂດຍ​ຕະຫຼອດທັງ​ເຄົາລົບ​ແລະ​ປະຕິບັດ​ຕາມ​ກົດໝາຍ​ສາກົນ​ແລະ​ໄປ​ພ້ອມ​ກັບ​ການ​ຍຶ​ດໝັ້ນ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ດ້ານ​ດິນ​ແດນ​ແລະ​ສິດຜົນປະ​ໂຫຍ​ດທາງ​ທະ​ເລຂອງ​ປະ​ເທດຕົນຢູ່​ທະ​ເລ​ຈີນ​ໃຕ້​ແລ້ວ, ຈີນ​ຍັງຍຶດໝັ້ນ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ​ໂດຍ​ຜ່ານ​ການ​ປຶກສາ​ຫາລື​ແລະ​ເຈລະຈາ​ກັນ, ຍຶດໝັ້ນ​ຄວບ​ຄຸມ​ຄວາມ​ຂັດ​ແຍ້​ງກັນ​ໂດຍ​ຜ່າ​ນກົນ​ໄກ​ແລະ​ຂໍ້​ກຳນົດ​ ແລະ ຍຶດໝັ້ນ​ຮ່ວມ​ມື​ກັນ​ເພື່ອ​ບັນລຸ​ເປົ້າ​ໝາຍ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ​ເພື່ອ​ສຸມ​ໃສ່​ສ້າງ​ທະ​ເລ​ຈີນໃຕ້​​ເປັນທະ​ເລ​ແຫ່ງ​ສັນຕິພາບ, ມິດຕະພາບ​ແລະ​ການ​ຮ່ວມ​ມື. ປື້​ມປົກ​ຂາວ​ລະບຸ​ວ່າ, ຈີນ​ຍຶດໝັ້ນ​ຮ່ວມ​ກັບບັນດາ​ປະ​ເທດຢູ່​ພາກ​ພື້ນ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຢູ່​ທະ​ເລ​ຈີນ​ໃຕ້, ຍຶດໝັ້ນ​ປົກ​ປັກ​ຮັກສາເສລີພາບຂອງ​ປະ​ເທດ​ຕ່າງໆ​ໃນ​ການ​​ເດີນ​ເຮືອ​ແລະບິນຜ່ານທະເລຈີນໃຕ້ຕາມ​ກົດໝາຍ​ສາກົນ, ຕັ້ງໜ້າລິເລີ່​ມ​ໃຫ້​ປະ​ເທດທີ່ຢູ່​ນອກ​ພາກ​ພື້ນ​ເຄົາລົບ​ຄວາມ​ພະຍາຍາມ​ຂອງ​ປະ​ເທດ​ທີ່ຢູ່​ພາກ​ພື້ນ ເພື່ອ​ເສີມ​ຂະຫຍາຍ​ບົດບາດ​ສ້າງສັນ​​ໃນ​ການ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຢູ່​ທະ​ເລ​ຈີນ​ໃຕ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ