ສິງກະ​ໂປ​ແລະ​ມາ​ເລ​ເຊຍ​ຈະລົງ​ນາມບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ກັນກ່ຽວ​ກັບ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ
2016-07-16 16:44:44  cri 
ຕາມ​ຂ່າວ CRI: ສື່​ມວນ​ຊົນມາ​ເລ​ເຊຍ​ແຈ້ງ​ຂ່າວ​ວ່າ, ມາ​ເລ​​ເຊຍ​ແລະ​ສິງກະ​ໂປຈະ​ລົງ​ນາມ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈກັນ​ກ່ຽວ​ກັບ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ຈາກ​ສິງກະ​ໂປ​ຫາ​ກົວ​ລາ​ລຳ​ເປີ​ຢູ່​ນະຄອນຫຼວງ​ກົວ​ລາ​ລຳ​ເປີ​ຂອງ​ມາ​ເລ​ເຊຍ​ໃນ​ວັນ​ທີ 19 ກໍລະກົດ​ນີ້.

ທ່ານ​ນາ​ຈິບ ດຸນ ຣາຈັກ, ນາຍົກລັດຖະມົນຕີມາ​ເລ​ເຊຍ​ແລະ​ທ່ານ​ລີ​ຊຽນລຸງ, ນາຍົກລັດຖະ ມົນຕີສິງກະ​ໂປ​ຈະ​ຮ່ວມ​ກັນ​ເປັນ​ສັກຂີ​ພິຍານຂອງ​ພິທີ​ເຊັນ​ສັນຍາ​ດັ່ງກ່າວ, ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ດັ່ງກ່າວ​ນີ້​ກໍ​ຈະ​ກາຍ​ເປັນ​ໂຄງການ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ທີ່​ສຸດ​ຂອງ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້. ທ່ານ​ອັບ​ດູ ຣາມັນ, ຫົວໜ້າ​ຫ້ອງການ​ວຽກ​ງານ​ນາຍົກລັດຖະມົນຕີມາ​ເລ​ເຊຍ​ແລະ​ທ່ານ​ໂຄ​ບູນວັນ, ລັດຖະມົນຕີ​ກະຊວງ​ຄົມມະນາຄົມ​ສິງກະ​ໂປ​ຈະ​ຕາງໜ້າ​ລັດຖະບານ​ຂອງ​ປະ​ເທ​ດຕົນ​ລົງ​ນາມ​ໃນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ກັນ. ພິທີ​ລົງ​ນາມ​ຈະ​ຈັດ​ຂຶ້ນ​ຢູ່​ສຳນັກງານນາຍົກລັດ ຖະມົນຕີມາ​ເລ​ເຊຍ.

ການ​ທີ່​ລົງ​ນາມ​ບົດ​ບັນທຶກ​ຄວາມ​ເຂົ້າ​​ໃຈ​ກັນ​ທາງ​ລົດ​ໄຟ​ຄວາມ​ໄວ​ສູ​ງສິງກະ​ໂປ​ຫາ​ກົວ​ລາ​ລຳ​ເປີ​ພຽງ​ແມ່ນ​ບາດກ້າວ​ທຳ​ອິດ​ໃນ​ແຜນການ​ກໍ່ສ້າງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ດັ່ງກ່າວ, ມີ​ຜູ້​ຮູ້​ຂ່າວ​ຄາດ​ຄະ​ເນ​ວ່າ, ສັນຍາ​ລະອຽດ​ລະ​ຫວ່າງ​ສອງ​ຝ່າ​ຍຈະ​ລົງ​ນາມ​ໃນ​ທ້າຍ​ປີ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ