ຈີນ​ຊົມ​ເຊີຍ​ຕໍ່​ປະທານາທິບໍດີ​ຟີ​ລິບ​ປີນທີ່​ຍິນ​ດີ​ສົ່ງ​ທູດ​ພິ​ເສດມາ​ປັກ​ກິ່ງ​ເພື່ອ​ດຳ​ເນີນ​ການ​ເຈລະຈາ
2016-07-16 16:45:00  cri 
ຕາມ​ຂ່າວCRI: ​ໂດຍ​ແນ​ໃສ່​ການສະ​ແດງ​ທ່າ​ທີ​ຂອງ​ທ່ານໂຣດຣິ​ໂກ ດູ​ເຕັ​ກ​ເຕ ປະທາ ນາທິບໍດີຟີ​ລິບ​ປີນ​ກ່ຽວ​ກັບ​ແຕ່ງ​ຕັ້ງທ່າ​ນຟິ​ເຕີ ວາ​ເຕັສ ຣາມອສ໌ ອະດີດປະທາ​ນາ​ທິບໍດີຟີ​ລິບ​ປີນ​​ເປັນ​ທູດ​ພິ​ເສດ​​ໄປ​ປັກ​ກິ່ງ​ເພື່ອ​ດຳ​ເນີນ​ການ​ເຈລະຈາ, ທ່ານ​ລູ້​ຄ່າງ, ​ໂຄສົກ​ກະຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ໃນ​ວັນ​ທີ 15 ກໍລະ​ກົດ​ນີ້​ວ່າ, ຈີນ​ໄດ້​ສົນ​ໃຈ​ນຳ​ການສະ​ແດງ​ທ່າ​ທີ​ຂອງ​ທ່ານໂຣດຣິ​ໂກ ດູ​ເຕັ​ກ​ເຕ, ຈີນຊົມເຊີຍຕໍ່ທ່ານທີ່ຍິນດີສົ່ງທູດພິເສດມາຈີນເພື່ອດຳເນີນການເຈລະຈາ.

ທ່ານລູ້​ຄ່າງ​ກ່າວ​ວ່າ, ຈີນ​ມີ​ຫຼັກ​ໝັ້ນ​ໂດຍ​ຕະຫຼອດ​ຕໍ່​ຄະດີ​ຕັດສິນ​ທີ່​ຟີ​ລິ​ບປີນ​ສະ​ເໜີ​ແຕ່​ຝ່າຍ​ດຽວ, ຈະ​ບໍ່​ຮັບຮອງ​ເຈ​ດຈຳນົງ​ແລະ​ການ​ກະທຳ​ໃດໆ​ທີ່​ບົນ​ພື້ນຖານ​ຜົນ​ການ​ຕັດສິນ. ຈີນ​ຫວັງ​ວ່າ​ສອງ​ປະ​ເທດ​ສາມາດ​ກັບ​ຄືນ​ສູ່​ຄວາມ​ເຫັນ​ເປັນ​ເອກະສັນ​ກັນ​ໃນ​ເມື່ອ​ກ່ອນ, ​ແກ້​ໄຂ​ບັນ​ຫາ​ທີ່​ກ່ຽວຂ້ອງ​ຢ່າງ​ເໝາະ​ສົມ​ໂດຍ​ຜ່ານ​ການ​ເຈລະຈາ, ທຳ​ຄວາມ​ພະຍາຍາມ​ຮ່ວມ​ກັນ​ເພື່ອ​ປັບປຸງ​​ແລະ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ດີ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ