6 ​ເດືອນ​ຕົ້ນ​ປີ​ນີ້, ຈີນ​ບັນລຸ GDP ​ເພີ່ມ​ຂຶ້ນ 6,7%
2016-07-18 16:16:05  cri 
ຕາມ​ຂ່າວCRI: ວັນ​ທີ 15 ກໍລະກົດ​ນີ້, ກົມ​ສະຖິຕິ​ແຫ່ງ​ຊາດ​ຈີນ​ໄດ້​ເປີດ​ເຜີຍ​ຕົວ​ເລກ​ຂໍ້​ມູນ​​ເສດຖະກິດ​ໃນ 6 ​ເດືອນ​ຕົ້ນ​ປີ​ນີ້​ ​ໂດຍ​ລວມທັງ​ຄວາມ​ໄວ​ໃນການ​ເຕີບ​ໂຕ​ຂອງ​ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ​ຫຼື GDP ​ໄດ້​ເພີ່ມ​ຂຶ້ນ 6,7% ​ເຊິ່ງ​ໂດຍ​ລວມ​ແລ້ວ​ເສດຖະກິດຈີນ​ໄດ້​ພັດທະນາ​​​​ໄປ​ໃນ​ທາງ​ທີ່​ດີ​​ແລະ​ໝັ້ນທ່ຽງ.

​ໃນ 6 ​ເດືອນ​ຕົ້ນ​ປີ​ນີ້, ​ໂຄງ​ປະກອບ​ເສດຖະກິດຈີນ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນຢ່າງ​ຕໍ່​ເນື່ອງ ​ເຊິ່ງ​ເມື່ອ​ເບິ່ງ​ຈາກ​ໂຄງ​ປະກອບອຸດສາຫະກຳ​ແລ້ວ​ເຫັນ​ວ່າ: ​ໃນ 6 ​ເດືອນ​ຕົ້ນ​ປີ​ນີ້ ມູນ​ຄ່າ​ເພີ່ມ​ໃນອຸດສາຫະກຳ​ທີ 3 ກວມ 54,1% ຂອງ​​ລວມຍອດຜະລິດ​ຕະພັນ​ພາຍ​ໃນ​ເພີ່ມ​ຂຶ້ນ 1,8% ​ເມື່ອ​ທຽບ​ໄສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ ​ແລະ ສູງ​ກວ່າອຸດສາຫະກຳ​ທີສອງ 14,7% . ຂະນະ​ທີ່ຄວາມ​ຕ້ອງການ​ພາຍ​ໃນ​ປະ​ເທດ​ຍັງ​ແມ່ນ​ປັດ​ໄຈ​ຕັດສິນ​ໃນ​ການ​ຮັບປະກັນ​​ເຮັດ​ໃຫ້ເສດຖະກິດ​ຈີນ​ເພີ່ມ​ຂຶ້ນ​ຢ່າງ​ໝັ້ນ​ທ່ຽງ.

​ເຈົ້າ​ໜ້າ​ທີ່​ກົມ​ສະຖິຕິ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ: ຈີນ​ຈະ​ເດັດດ່ຽວ​ຊຸກຍູ້​ການ​ປະຕິ​ຮູບ​​ໂຄງ​ປະກອບ​ດ້ານ​ການ​ສະໜອງ, ພະຍາຍາມ​ຊຸກຍູ້​ການ​ປະກອບ​ທຸລະ​ກິດ​ແລະ​ການ​ປະດິດ​ສ້າງ​ໃໝ່​ຂອງ​ປະຊາຊົນ, ສ້າງ​ໂຄງ​ປະກອບ​​ເສດຖະກິດ​ໃໝ່​ຢ່າງ​ຕັ້ງໜ້າ, ​ເພີ່ມ​ພະລັງ​ແຮງ​ແຫ່ງ​ການ​ພັດທະນາ​ອັນ​ໃໝ່ ​ເພື່ອ​ຊຸກຍູ້​​​ໃຫ້ເສດຖະກິດ​ຈີນ​ພັດທະນາ​ໄປ​ໃນ​ທາງ​ທີ່​ດີ​​ແລະ​ໝັ້ນ​ທ່ຽງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ