ທ່ານ​ຫຼີ້​ເຄີ້ສຽງ​ແລະ​ທ່ານ​ທອງ​ລຸນ ສີສຸ​ລິດສົ່ງ​ໂທລະ​ເລກ​ອວຍພອນ​​ໃນ​ໂອກາດ ສະ​ເຫຼີມສະຫຼອງຈີນ-ອາ​ຊຽນສ້າງສາ​ຍພົວພັນຄູ່​ເຈລະຈາ​ຄົບຮອບ 25 ປີ
2016-07-19 16:01:21  cri 
ວັນ​ທີ 19 ກໍລະກົດ​ນີ້, ທ່ານ​ຫຼີ້​ເຄີ້ສຽງ ນາຍົກລັດຖະມົນຕີຈີນ​ແລະ​ທ່ານ​ທອງ​ລຸນ ສີສຸ​ລິດ ນາຍົກລັດຖະມົນຕີລາວ​ເຊິ່ງ​ເປັນ​ປະ​ເທດ​ປະທານ​ອາ​ຊຽນ​ໄດ້ສົ່ງ​ໂທລະ​ເລກ​ອວຍພອນ​ເຊິ່ງກັນ​ແລະ​ກັນ, ​ໃນ​ໂອກາດສະ​ເຫຼີ​ມສະຫຼອງ​ຈີນ-ອາ​ຊຽນສ້າງສາ​ຍພົວພັນ​ຄູ່​ເຈລະຈາ​ຄົບຮອບ 25 ປີ​ຢ່າງ​ຄຶກຄື້ນສຸດ​ໃຈ.

ທ່ານ​ຫຼີ້​ເຄີ້ສຽງ​ກ່າວ​ວ່າ, ຕະຫຼອດ​ໄລຍະ 25 ປີ​ມາ​ນີ້, ການ​ພົວພັນ​ລະ​ຫວ່າງ​ຈີນ​-ອາ​ຊຽນ​ໄດ້​ຜ່ານ​ຜ່າ​ການ​ທົດ​ສອບ​ທຸກ​ປະການ, ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ໄດ້​ຮັບ​ໝາກຜົນ​ຢ່າງ​ຫຼວງ​ຫຼາຍ​ໂດຍ​ສາມາດ, ສ້າງ​ຜົນ​ປະ​ໂຫຍ​ດຢ່າງ​ແທ້​ຈິງ​ໃຫ້​ແກ່​ປະຊາຊົນ​ສອງ​ຝ່າຍ. ຈີນ​ຊົມ​ເຊີຍ​ຕໍ່​ການ​ສ້າງ​ຕັ້ງປະຊາ​ຄົມ​ອາ​ຊຽນ​ຢ່າງ​ເປັນ​ທາງ​ການ​ແລະ​ຫວັງ​ເຫັນ​ອາ​ຊຽນ​ເສີມ​ຂະຫຍາຍ​ບົດ​ບາດ​ໃຫຍ່​ກວ່າ​ເກົ່າ​ໃນ​ວຽກ​ງານ​ພາກ​ພື້ນ​ແລະ​ສາກົນ. ຈີນ​ຈະ​ສະໜັບສະໜູນ​ຂະ​ບວນການ​ອາ​ຊຽນ​ເຊື່ອມ​ໂຍງ​ເຂົ້າ​ກັນ​ແລະ​ຖານະ​ເປັນ​ໃຈ​ກາງຂອງ​ອາ​ຊຽນ​ໃນ​ການ​ຮ່ວມ​ມື​ຢູ່​ພາກ​ພື້ນ, ຈະຊຸກຍູ້​ສາຍ​ພົວພັນ​ລະຫວ່າງ​ຈີນ-ອາ​ຊຽນ​ໃຫ້​ກ້າວໜ້າຂະຫຍາຍ​ຕົວ​ຢ່າ​ງບໍ່​ຢຸດ​ຢັ້ງ.

ທ່ານ​ທອງ​ລຸນ ​ໄດ້​ຕາງໜ້າ​ອາ​ຊຽນສະ​ແດງ​ຄວາມ​ຊົມ​ເຊີຍຢ່າງຈິງ​​ໃຈ​ຕໍ່​ລັດຖະບານ​ແລະ​ປະຊາຊົນ​ຈີນ, ທັງ​ໄດ້ກ່າວ​ວ່າ, ພາຍຫຼັງ​ຈີນ-ອາ​ຊຽນສ້າງ​ສາຍ​ພົວພັນ​ຄູ່​ເຈລະຈາ​​ເປັນ​ຕົ້ນ​ມາ, ການ​ພົວພັນ​ລະ​ຫວ່າງ​ສອງ​ຝ່າຍ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ຫຼວງ​ຫຼາຍ. ​ສຳລັບ​ຄູ່​​ເຈລະຈາ​ຂອງ​ອາ​ຊຽນ, ຈີນ​ແມ່ນ​ປະ​ເທດ​ທຳ​ອິດ​ທີ່​ລົງ​ນາມ​ໃນ "ສັນຍາຮ່ວມມື​ໄມຕີ​ຈິດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້", ​ໄດ້​ກາຍ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ປະ​ເທດ​ທຳ​ອິດ​ຂອງ​ອາ​ຊຽນ, ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ສອງ​ຝ່າຍ​ໄດ້​ເພີ່ມ​ທະວີຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ອາ​ຊຽນຫວັງລົງ​ເລິກ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ​ຈີນ, ​ເພື່ອປະກອບ​ສ່ວນ​ເຂົ້າ​ໃນ​ສັນຕິພາບ, ຄວາມ​ໝັ້ນຄົງ, ສະຖຽນ​ລະ​ພາບ​ແລະ​ຄວາມຈະ​ເລີ​ນຮຸ່ນ​ເຮືອງ​ຂອງ​ໂລກ​ກໍ​ຄືການ​ພັດທະນາ​ແບບຍືນ​ຍົງຂອງ​ພາກ​ພື້ນ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ