ຊ່ຽວຊານ​ຈີນ​ເຫັນ​ວ່າ"ການ​ເດີນ​ເຮືອທີ່​ເສລີ"ອາ​ເມ​ລິ​ກາບໍ່​ຄວນ​ເອົາ​ເປັນ​ຂໍ້​ອ້າງ​​ໃນການ​ຊ້ອມ​ຮົບ​ຢູ່​ທະ​ເລ​ຈີນ​ໃຕ້
2016-07-20 16:44:06  cri 
ວັນ​ທີ 19 ກໍລະກົດ​ນີ້, ທ່ານ​ຈ່າງ​ຈຸ່ນ​ເຊີ້ ນັກ​ຄົ້ນຄວ້າ​ສະ​ຖາ​ບັນ​ຄົ້ນຄວ້າ​ວິຊາ​ການ​ການ​ທະຫານ​ກອງທັບ​​ເຮືອ​ຈີນ​ໃຫ້​ສຳພາດ​ວ່າ: ​ໄລຍະ​ມໍ່ໆ​ມາ​ນີ້, ຫຼາຍ​ປະ​ເທ​ດ​ເຊັ່ນ​ອາ​ເມ​ລິ​ກາ​ໄດ້​ຖື​​ເອົາ"ການ​ເດີນ​ເຮືອທີ່​ເສລີ"​ມາເປັນ​ຂໍ້​ອ້າງດ້ວຍ​ການ​ຝຶກ​ຊ້ອມ​ຕໍ່​ເນື່ອງຢູ່​ທະ​ເລ​ຈີນ​ໃຕ້, ​ແຕ່ຄວາມ​ຈິງ​ແລ້ວນັ້ນ​ແມ່ນການສ້າງ​ຄວາມ​ວຸ້ນວາຍ.ຂະນະ​ທີ່​"ຄວາມ​ເສລີ​ໃນ​ການ​ເດີນ​ເຮືອ"ຢູ່​ທະ​ເລ​ຈີນ​ໃຕ້​ກໍ​ບໍ່​ມີ​ບັນຫາ.ທ່ານ​ຈ່າງ​ຈຸ່ນ​ເຊີ້​​ກ່າວ​ຕື່ມ​ວ່າ: ບັນຫາ​ທະ​ເລ​ຈີນ​ໃຕ້​ເປັນ​ບັນຫາ​ລະຫວ່າງ​ຈີນ​ກັບ​ຝ່າຍ​ທີ່​ກ່ຽວຂ້ອງ​ເຊັ່ນ​ຟີ​ລິບ​ປິນ, ຫາກ​ບໍ່​ແມ່ນ​ບັນຫາ​ຂອງ​ປະ​ເທດ​ພາຍ​ນອກ​ເຊັ່ນ​ອາ​ເມ​ລິ​ກາ​ແລະ​ຍີ່ປຸ່ນ​ໂດຍ​ຜ່ານ​ມາອາ​ເມ​ລິ​ກາກໍ​ໄດ້​ຢືນຢັນ​ຫຼາຍ​ເທື່ອ​​ແລ້ວວ່າ​ຈະ​ບໍ່​ເຂົ້າ​ຂ້າງ​ຝ່າຍ​ໃດ​ໃນ​ບັນຫາ​ທະ​ເລ​ຈີນ​ໃຕ້​ເຊິ່ງຈຸດ​ນີ້ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ​ອາ​ເມ​ລິ​ກາ​ຈະ​ຮັກສາ​ຄຳ​ໝັ້ນ​ສັນຍາ​ຂອງ​ຕົນດ້ວຍ​ການຢ່າ​ສືບ​ຕໍ່​ສ້າງ​ຄວາມ​ວຸ້ນວາຍຕື່ມ​ອີກ.

ທ່ານ​ຈ່າງ​ຈຸ່ນ​ເຊີ້​ຢືນຢັນ​ວ່າ: ຈາກຄະດີ​ຕັດສິນ​ບັນຫາ​ທະ​ເລ​ຈີນ​ໃຕ້​ເມື່ອ​ບໍ່​ດົນ​ມາ​ນີ້ສາມາດ​ເຫັນ​ໄດ້​ວ່າ: ມີປະ​ເທດ​ພາຍ​ນອກ​ຄວບ​ຄຸມ​ຢູ່​ເບື້ອງຫຼັງ​ໂດຍຈຸດປະສົງ​ທີ່​ແທ້​ຈິງກໍ​ຄື​ທຳລາຍຂະ​ບວນການ​ພັດທະນາ​ຂອງ​ຈີນ​​ແລະ​ປະ​ເທດ​ກ່ຽວຂ້ອງ, ການ​ທີ່​ທະ​ເລ​ຈີນ​ໃຕ້​ເກີດ​ຄວາມ​ວຸ້ນວາຍ​ບໍ່​ສອດ ຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຂອງ​ຈີນ​ແລະ​ຝ່າຍ​ທີ່​ກ່ຽວຂ້ອງ ​ເຊິ່ງສຸດ​ທ້າຍ​ແລ້ວຜົນ​ຮ້າຍ​ກໍຈະ​ຕົກ​ຢູ່​ປະ​ເທດ​ພາຍ​ໃນ​ພາກ​ພື້ນ​ທະ​ເລ​ຈີນ​ໃຕ້. ສະ​ນັ້ນ,ການ​ກະທຳ​ຂອງ​ປະ​ເທດ​ພາຍ​ນອກ​ເຫຼົ່າ​ນັ້ນແມ່ນ​ຂາດ​ຄວາມ​ຮັບຜິດຊອບ​ທີ່​ສຸດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ