ຮອງ​ປະທານ​ປະ​ເທດ​ຈີນພົບ​ປະ​ກັບ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ລາວ
2016-07-20 10:56:50  cri 
  ວັນ​ທີ 19 ກໍລະກົດ​ນີ້​ຢູ່​ນະຄອນຫລວງ​ປັກ​ກິ່ງ ສປ ຈີນ, ທ່ານ ຫຼິຢວນຊາວ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ຮອງ​ປະທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານພົນ​ໂທຈັນ​ສະໝອນ ຈັນຍາ​ລາດ ກຳມະການ​ກົມ​ການ​​ເມືອງ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ສປປ ລາວ.

  ທ່ານ ຫຼິຢວນຊາວ ກ່າວ​ວ່າ, ຈີນ​-ລາວມີ​ລະບອບ​ສັງຄົມ​ແລະ​ທັດສະນະ​ການພັດທະນາ​ທີ່ຄ້າຍຄື​ກັນ​ໂດຍ​ການ​ຮ່ວມ​ມື​​​ເປັນ​ກາລະ​ໂອກາດ ໃນ​ການ​ພັດ​ທະນາ​ຂອງ​ສອງ​ປະ​ເທດ. ​ແນວ​ໃດ​ກໍ​ດີ, ຈີນມີ​ຈຸດ​ຢືນຢ່າງສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ແລະ​​ເດັດດ່ຽວ​ຕໍ່​ການ​ແກ້​ໄຂບັນຫາທະ​ເລ​ຈີນ​ໃຕ້​ໂດຍ​ຜ່ານ​ການ​ປຶກສາ​ຫາລື​ແລະ​ເຈລະຈາ​ກັນ​ພ້ອມ​ນີ້​ກໍ​ສະ​ແດງ​ຄວາມຂອບ​ໃຈ​ລາວ​ທີ່​ສະໜັບ​ສະ​ໜູນ​ປະ​ເທດ​ຕົນ​ຢ່າງ​ແຂງ​ແຮງ​ຕໍ່​ບັນຫາ​ທະ​ເລ​ຈີນ​ໃຕ້. ຫວັງ​ວ່າ​ສອງ​ປະ​ເທດ​ຈະ​ພັດທະນາ​ການ​ຮ່ວມ​ມື​​ໄມ​ຕີ​ຈິດ​ມິດຕະພາບແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ໃຫ້​ເຂົ້າ​ສູ່​ລວງ​ເລິກ​​ແລະ​ຊຸກຍູ້​ສາຍ​ພົວພັນ​ຄູ່​ຮ່ວມມື​ຍຸດທະສາດ​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ໄດ້​ຮັບ​ການ​ພັດທະນາ.

  ທ່ານ ຈັນ​ສະໝອນ ຈັນຍາ​ລາດ ກ່າວ​ວ່າ, ລາວ​ໃຫ້​ຄວາມ​ສຳຄັນ​ສູງ​ຕໍ່​ການ​ຮ່ວມ​ມື​ກັບ​ຈີນ ທັງ​ເຂົ້າ​ໃຈ​ແລະ​ສະໜັບສະໜູນ​ຈຸດ​ຢື​ນຂອງ​ຈີນ​ຕໍ່​ບັນຫາ​ທະ​ເລ​ຈີນ​ໃຕ້. ​ແນວ​ໃດ​ກໍ​ດີ, ລາວ​ສະໜັບສະໜູນ​ໃຫ້​ປະ​ເທດ​ທີ່​ກ່ຽວຂ້ອງ​ແກ້​ໄຂ​ຄວາມ​ຂັດ​ແຍ້ງຢູ່ ​ທະ​ເລ​ຈີນ​ໃຕ້ຢ່າງ​ສັນຕິ​ໂດຍ​ຜ່ານ​ການ​ເຈລະຈາ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ