ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ​ຈະ​ຢ້ຽມຢາມ​ລາວ​
2016-07-21 17:14:30  cri 
ເວັບ​ໄຊ​ກະຊວງ​ການ​ຕ່າງປະ​ເທດຈີນ​ໃຫ້​ຮູ້​ວ່າ: ທ່ານ ລູ້​ຄ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ປະກາດ​ໃນວັນ​ທີ 21 ກໍລະກົດ​ນີ້ວ່າ: ​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ ສະ​​ເຫຼີ​ມ​ໄຊ ກົມມະ​ສິດ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ລາວ​ທີ່​ເປັນ​ປະ​ເທດ​ປະທານ​ໝູນວຽນ​ຂອງ​ອາ​ຊຽນ, ທ່ານ ຫວາງ​ຢີ້ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ຈະ​​​ເດີນທາງ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ-ອາ​ຊຽນ ຫຼື 10+1, ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ລະຫວ່າງ​ອາ​ຊຽນ-ຈີນ,ຍີ່ປຸ່ນ​ແລະສ.​ເກົາຫຼີ​ ຫຼື 10+3, ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ກອງ​ປະຊຸມ​ສຸດ​ຍອດອາຊີ​ຕາ​ເວັນ​ອອກ​ແລະ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ເວທີ​ປຶກສາ​ຫາລື​ພາກ​ພື້ນ​ອາ​ຊຽນທີ່ຈະ​ຈັດ​ຂຶ້ນຢູ່​ນະຄອນຫຼວງ​ວຽງ​ຈັນ​ ສປປ ​ລາວ​ແຕ່​ວັນ​ທີ 24 ຫາ​ວັນ​ທີ 27 ກໍລະກົດ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ