ວັນທີ 7 ກໍລະກົດນີ້, ກະຊວງວັດທະນະທຳຈີນໄດ້ເປີດຊຸດຝຶກອົບຮົມມວຍກັງຟູເສົາຫຼິນໃຫ້ແກ່ນັກຮຽນອາຟຣິກກາຊຸດທີ 4 ຢູ່ວັດເສົາຫຼິນຊົງຊານເມືອງເຕິ່ງເຟີ່ງແຂວງເຫີນານ ສປ ຈີນໂດຍ "ລູກສິດທີ່ເປັນຄົນຕ່າງປະເທດ" 20 ຄົນ ຈາກສາທາລະນະລັດກົງໂກ, ໂມຣີຕຸດສແລະປະເທດອື່ນໆໄດ້ເຂົ້າພັກຢູ່ວັດດັ່ງກ່າວຢ່າງເປັນທາງການເຊິ່ງເປັນການເລີ່ມດຳລົງຊີວິດແລະຮຽນຮູ້ມວຍກັງຟູເປັນເວລາ 3 ເດືອນ.