ງານວາງສະແດງການສຶກສາຂອງເຂດກວາງຊີຈີນຈັດຂຶ້ນຢູ່ວ່າໂນ້ຍ
2016-07-22 17:44:55  cri 
ຕາມຂ່າວສານຊິນຮວາ:ງານວາງສະແດງການສຶກສາຂອງເຂດກວາງຊີຈີນປະຈຳປີ2016ໄດ້ຈັດຂຶ້ນຢູ່ຮ່າໂນ່ຍຫວຽດນາມໃນວັນທີ21
ກໍລະກົດນີ້ໂດຍມີມະຫາວິທະຍາໄລສ້າງຄູກວາງຊີ,ມະຫາວິທະຍາໄລຊົນເຜົ່າກວາງຊີ,ມະຫາວິທະຍາໄລກວາງຊີແລະອື່ນໆ24ເຂົ້າຮ່ວມ.

ນີ້ແມ່ນເທື່ອທີ6ທີ່ກວາງຊີຈັດງານວາງສະແດງການສຶກສາຢູ່ຫວຽດນາມ,ທ່ານຟານແມ້ງໂຮງຮອງລັດຖະມົນຕີກະຊວງສຶກສາທຶນ​ແລ​ະ
ການ​ກໍ ສ້າງຫວຽດນາມກ່າວໃນພິທີໄຂງານວາງສະແດງດັ່ງກ່າວກວ່າຈີນສະໜອງທຶນການສຶກສາໃຫ້ນັກສຶກສາຫວຽດນາມເປັນຈຳ
ນວນຫຼາຍແລະນັກສຶກສາເຫຼົ່ານີ້ຫຼັງຈາກສຳເລັດການສຶກສາແລ້ວກໍໄດ້ປະກອບສ່ວນເຂົ້າໃນການສ້າງສາພັດ​ທະ​ນາ​ປະ​ເທດຊາດ.

ຜູ້ຮັບຜິດຊອບຈັດງານສະແດງຄັ້ງນີ້ລາຍງານວ່າປັດຈຸບັນກວາງຊີມີມະຫາວິທະຍາໄລ40ກວ່າ​ແຫ່ງໄດ້ສ້າງສາຍພົວພັນການຮ່ວມມື
ກັບມະຫາວິທະຍາໄລ ຫວຽດນາມກວ່າ60ແຫ່ງໂດຍປີຜ່ານມາມີນັກສຶກສາຫວຽດນາມສຶກສາຢູ່ມະຫາວິທະຍາໄລ​ແລ​ະສະ​ຖາບັນ​ການ​
ສຶກສາ​ຊັ້ນສູງ​​ເຂດກວາງຊີເຖິງ3000ກວ່າຄົນ.ຂະນະ​ນີ້ປີ2016ກວາງຊີຈະສະໜອງທຶນການສຶກສາໃຫ້ແກ່ນັກສຶກສາຫວຽດນາມເຖິງ
150ທຶນ.
 
 
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ