ປະທານ​ສະມາຄົມ​ມິດຕ​ະພາບຣູມາ​ນີ-ຈີນ​ເຫັນ​ວ່າ ການ​ອະນຸຍາ​ໂຕ​ຕຸລາການ​ບໍ່​ສາມາດປ່ຽນ​ແປງ​ຄວາມ​ເປັນ​ຈິງ​ທີ່​ວ່າ​ໝູ່​ເກາະ​ຕ່າງໆ​​ໃນ​ທະ​ເລ​ຈີນ​ໃຕ້​ເປັນດິນ​ແດນ​ຂອງ​ຈີນ
2016-07-24 16:42:37  cri 
ແນ​ໃສ່​ຄຳ​ຕັດສິນບັນຫາ​ທະ​ເລ​ຈີນ​ໃຕ້​ຂອງ​ສານ​ອະນຸຍາ​ໂຕ​ຕຸລາການ, ທ່ານ​ດູ​ມີ​ເຕຣສຄູ ປະທານ​ສະມາຄົມມິດຕະພາບຣູມາ​ນີ-ຈີນ,ອະດີດ​ເອກ​ອັກຄະ​ລັດຖະທູດຣູມາ​ນີປະຈຳ​ຈີນ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ຈາກ​ຂ່າວສານ​ຊິນ​ຮວາ​ໃນ​ເມື່ອ​ມໍ່ໆ​ມາ​ນີ້​ໂດຍ​ກ່າວ​ເນັ້ນ​ວ່າ: ​ບໍ່​ວ່າອະນຸຍາ​ໂຕ​ຕຸລາການ​ໃດກໍ​ຕາມ​ກໍ​ບໍ່​ສາມາດ​ປ່ຽນ​ແປງ​ຄວາມ​ຈິງ​ທີ່​ວ່າ​ເກາະ​ຕ່າງໆ​ພ້ອມ​ດ້ວຍ​ເຂດ​ທະ​ເລ​ບໍລິ​ເວນ​ໃກ້​ຄຽງ​ຢູ່​ທະ​ເລ​ຈີນ​ໃຕ້​ເປັນ​ດິນ​ແດນ​ຂອງ​ຈີນ​ມາ​ແຕ່​ບູຮານ​ນະ​ການ, ອາ​ເມ​ລິ​ກາ​ໃຊ້​ແນວ​ຄິດ​ສົງຄາມ​ເຢັນ​ໃນ​ການ​ຍຸ​ແຍ່​ໃຫ້​ຟີ​ລິບ​ປິນກໍ່​ເຫດ​ຂຶ້ນ, ມັນ​ເດັ່ນ​ຊັດ​ແລ້ວ​ວ່າ ​ເປັນ​ສິ່ງ​ທີ່​ບໍ່​ຄວນ​ເຮັດ​ໃນ​ຖານະ​ເປັນ​ປະ​ເທດ​ໃຫຍ່​ທີ່​ມີ​ຄວາມ​ຮັບຜິດຊອບ.

ທ່ານ​ດູ​ມີ​ເຕຣສຄູ​ເຫັນ​ວ່າ: ຄະດີ​ຕັດສິນ​ບັນຫາ​ທະ​ເລ​ຈີນ​ໃຕ້​ເປັນ​ເລື່ອງ​ໄຮ້​ເຫດຜົນ​ທາງ​ການ​ເມືອງ​ແຕ່​ຕົ້ນ​ສະ​ເໝີ​ປາຍ, ຄຳ​ຕັດສິນ​ຂອງ​ສານ​ອະນຸຍາ​ໂຕ​ຕຸລາການ​ຊົ່ວຄາວ​ເທື່ອ​ນີ້​ເປັນ​ໂມຄະ​ແລະ​ຜິດ​ກົດໝາຍ.

ທ່ານ​ດູ​ມີ​ເຕຣສຄູ​ຢືນຢັນ​ວ່າ ສະໜັບສະໜູ​ນຫຼັກ​ໝັ້ນ​ຂອງ​ຈີນ​ທີ່​ໄດ້​ກ່າວ​ຈະ​ແຈ້ງ​ແຕ່​ຫົວທີ​ວ່າ: ບໍ່​ຮັບ​ຮອງ​ແລະ​ບໍ່​ຍອມຮັບ​ຄຳ​ຕັດສິນ​ຂອງ​ສານ​ອະນຸຍາ​ໂຕ​ຕຸລາການ​ຊົ່ວຄາວ ​ທັງ​ກ່າວ​ເນັ້ນ​ວ່າ: ສານ​ອະນຸຍາ​ໂຕ​ຕຸລາ​ການ​ຊົ່ວຄາວ​ທຳ​ການ​ຕັດສິນ​ແບບ​ເຂົ້າ​ຂ້າງ​ຝ່າຍ​ໃດ​ໜຶ່ງ​ພາຍ​ໃຕ້​ກໍລະນີ​ທີ່​ບໍ່​ໄດ້​ຮັບ​ການ​ຢືນຢັນ​ຈາກ​ປະ​ເທດ​ທີ່​ກ່ຽວຂ້ອງ​ນັ້ນ​ແມ່ນ​ບໍ່​ມີ​ຄວາມ​ໜ້າ​ເຊື່ອ​ຖື​ແຕ່​ຢ່າງ​ໃດ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ