ຜູ່​ອຳນວຍ​ການ​ໃຫຍ່ UNESCO ກ່າວ​ວ່າ, ຈີນ​ແມ່ນ​ແບບຢ່າງ​​ໃນ​ການອະນຸລັກ​ມໍລະດົກ​ໂລກ
2016-07-24 17:39:29  cri 

ຫວ່າງ​ມໍ່ໆ​ນີ້, ​ໃນ​ເວລາ​​​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ຂອງ​ຂ່າວສານ​ຊິນ​ຮວາ, ທ່ານນາງອີຣິນາ ຈີວຈີ​ເອວາ ​​ໂບ​ໂຄ​ວາ​ ຜູ່​ອຳນວຍ​ການ​​ໃຫຍ່​ຂອງ UNESCO ກ່າວ​ວ່າ, ຊົມ​ເຊີຍເຊີນ​ນົງ​​​ເຈ້ຍແຂວງ​ຫູ​ເບີຍ​ແລະ​​​ແຫຼ່ງທິວທັດ​ວັດທະນະທຳ​ສິລະ​ປະຮູບ​ແຕ້ມໜ້າຜາພູ​ຮວ່າ​ຊ່ານຈົວ​ຈ່ຽງ​​ເຂດກວາງ​ຊີ່ສປຈີນ​ໄດ້​ຮັບຮອງ​ເຂົ້າ​ເປັນຊື່​ມໍລະດົກ​ໂລກ, ​ແລະ​ກ່າວ​ວ່າ​ຈີນ​ແມ່ນ​​ແບບຢ່າງ​​ໃນ​ການອະນຸລັກ​ມໍລະດົກ​ໂລກ.

ທ່ານ​ນາງ​ໂບ​ໂຄ​ວາ​ກຳລັງ​ເຂົ້າ​ຮ່ວມ​ການ​ແຂ່ງຂັນທີ່ເລືອກ​ຕັ້ງ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ຊຸດ​ໃໝ່​ຢູ່​ສຳນັກງານ​ໃຫຍ່​ຂອງ​ສະຫະ​ປະຊາ​ຊາດ​ທີ່​ຕັ້ງ​ຢູ່​ນິວຢອກ, ທ່ານ​ນາງ​ກ່າວ​ວ່າ, ຈີນ​ແມ່ນ​ປະ​ເທດ​ທີ່​ມີ​ມໍລະ​ດົກ​​ໂລກທາງ​ທຳ​ມະ​ຊາດ​ແລະ​ວັດທະນະທຳຫຼາຍ​ທີ່​ສຸດ​ໃນ​ໂລກ. "ຈີ​ນ​ໄດ້​ສ້າງ​ຕົວຢ່າງ​ທີ່ດີ​ໃຫ້​ທົ່ວໂລກ​ໃນ​ດ້ານ​ອະນຸລັກ​ມໍລະ​ດົກ, ບົດຮຽນ​ຂອງ​ຈີນ​ເປັນບົດຮຽນ​ທີ່​ດີ​ສຳລັບປະ​ເທດ​ອື່ນໆ​ໃນ​ໂລກ.

ກອງ​ປະຊຸມ​ຄະນະ​ກຳມະການ​ມໍລະດົກ​ໂລກ​ຂອງ UNESCO ຄັ້ງ​ທີ 40 ​ໄດ້ຕົກລົງ​ຮັບຮອງ​ເອົາ​ເຊີນ​ນົງ​​​ເຈຍແຂວງ​ຫູ​ເບີຍ​ແລະ​​​ແຫຼ່ງທິວທັດ​ວັດທະນະທຳ​ສິລະ​ປະຮູບ​ແຕ້ມ​ໜ້າ​ຜາ​ພູ​ຮວ່າ​ຊ່ານ​​ຈົວ​ຈ່ຽງ​ເຂດ​ກວາງ​ຊີ່ສປຈີນ​ເປັນ​​ມໍລະດົກ​ໂລກ, ​ເຊິ່ງ​ເຮັດ​ໃຫ້​ສປຈີນ​ມີ​ມໍລະດົກ​ໂລກ​ແລ້ວ​ເຖິງ 50 ​ແຫ່ງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ