ກອງ​ປະຊຸມ​ລັດຖະມົນຕີ​ການ​ເງິນ ​ແລະ ຜູ້​ວ່າການ​ທະນາຄານ​ກາງ​ G20 ອອກ​ຖະ​ແຫຼງການ​ຮ່ວມ
2016-07-25 11:14:05  cri 
ກອງ​ປະຊຸມລັດຖະມົນຕີ​ການ​ເງິນ ​ແລະ ຜູ້​ວ່າການ​ທະນາຄານ​ກາງຂອງ​ກຸ່ມ 20 ປະ​ເທດ​ຫຼື G20 ຄັ້ງ​ທີ 3 ປີ2016ທີ່​​ດຳ​ເນີນມາ​ເປັນ​ເວລາ 2 ວັນ​ຢູ່​ເມືອງ​ເສີງ​ຕູ່​ແຂວງ​ເສ​ສວນ​ຈີນ​ໄດ້​ອັດ​ລົງ​ໃນ​ວັນ​ທີ 24 ກໍລະກົດ​ນີ້ ​​ໂດຍ​ໄດ້​ອອກ​ຖະ​ແຫຼ​ງການ​ 9 ​ຂໍ້ ​ແລະ ບັນດາ​ຝ່າຍ​ເຫັນ​ດີ​ຈະຈັດ​ຕັ້ງ​ປະຕິບັດ​ໃຫ້ຫຼາຍ​ກວ່າ​ເກົ່າ​ເພື່ອ​ເພີ່ມ​ຄວາມ​ໝັ້ນ​ໃຈ​ແລະ​ຊຸກຍູ້​ການ​ເຕີບ​ໂຕ.

ກອງ​ປະຊຸມ​ດັ່ງກ່າວ​ໄດ້​ຫາລື​ສະພາບ​ເສດຖະກິດ​ໂລກ​ໃນ​ປັດຈຸບັນ​ເປັນ​ຕົ້ນຕໍ, "ຂອບ​ການ​ເຕີບ​ໂຕ​ທີ່​ເຂັ້​ມ​ແຂງ,​ຍືນ​ຍົງ​ແລະ​​ໝັ້ນ​ທ່ຽງ", ການ​ປະຕິ​ຮູບຂະ​ແໜງ​ການ​ເງິນ​ແລະ​ຫົວ​ຂໍ້​ອື່ນໆ​ເປັນ​ຕົ້ນຕໍ ພ້ອມ​ທັງ​ໄດ້​ຕີ​ລາຄາ​ຜົນສຳ​ເລັດ​ທີ່​ສຳຄັນ​​ໃນຫົວ​ຂໍ້​ຕ່າງໆ ​ເຊິ່ງ​ໄດ້​ກຽມພ້ອມຢ່າງດີ​ໃຫ້​ແກ່​ໝາກຜົນ​ດ້ານ​ການ​ເງິນ​ຂອງ​ກອງ​ປະຊຸມ​ສຸດ​ຍອດຫາງ​ໂຈ່​ວທີ່​ຈະ​ຈັດ​ຂຶ້ນ​ໃນ​​ເດືອນ​ກັນຍາ​ປີ​ນີ້.

ທ່ານ ​​ໂຫຼຈີ້​ເຫວີຍ ລັດຖະມົນຕີ​ກະຊວງ​ການ​ເງິນ​ຈີນ​ໄດ້​ຖະ​ແຫຼ​ງຂ່າວຫຼັງ​ກອງ​ປະຊຸມ​ວ່າ: ການ​ຟື້ນ​ຕົວຂອງ​ເສດຖະກິດ​ໂລກ​ອ່ອນ​ກວ່າ​ຄາດໝາຍ ​ແລະສະພາບ​ແວດລ້ອມ​ເສດຖະກິດຜະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ. ຈາກສະພາບ​ການ​ດັ່ງກ່າວ, ບັນດາ​ປະ​ເທດ​ກຸ່ມ G20 ຈຳ​ເປັນ​ຕ້ອງ​ໄດ້​ເພີ່ມ​ທະວີ​ການ​ຮ່ວມ​ມື, ຢ້ຳຄວາມ​ຮັບ​ຮູ້​ຮ່ວມ​ກັນ​ຂອງ​ກອງ​ປະຊຸມ​ຊຽງ​ໄຮ G20, ສືບ​ຕໍ່​​ໃຊ້​ນະ​ໂຍບາຍ​ຕ່າງໆ​ເຊັ່ນ: ນະ​ໂຍບາຍ​ການ​ເງິນ​,​ເງິນຕາ, ການ​ປະຕິ​ຮູບ​ໂຄງ​ປະກອບ​ແລະ​ອື່ນໆ ​ເພື່ອ​ເພີ່ມ​ຄວາມ​ໝັ້ນ​ໃຈ​ແລະ​ຊຸກຍູ້​ການ​ເຕີບ​ໂຕ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ