ທ່ານ​ຫວາງ​ຢີ້​ເນັ້ນ: ກຳ​ທິດ​ທາງ​ພັດທະນາ, ກຳຈັດ​ສິ່ງ​ກີດຂວາງ, ຮັກສາ​ພາບ​ລວມຂອງ​ສາຍ​ພົວພັນ​​ຈີນ-ອາ​ຊຽນ
2016-07-25 14:12:11  cri 
ວັນ​ທີ 24 ກໍລະກົດ​ນີ້, ທ່ານ​ຫວາງ​ຢີ້, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ວິ​ວຽນ ບາ​ລັກຣິສນັນ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ສິງກະ​ໂປ​ຢູ່​ນະຄອນຫຼວງ​ວຽງ​ຈັນ ສປປ ​ລາວ.

ທ່ານ​ຫວາງ​ຢີ້ກ່າ​ວວ່າ, ​ໂດຍ​ລວມ​ແລ້ວສາຍ​ພົວພັນ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ຂະຫຍາຍຕົວ​​ເປັນ​ຢ່າງ​ດີ​, ຂະນະ​ດຽວ​ກັນ​ກໍ​ໄດ້ຜະ​ເຊີນ​ກັບ​ການ​ທ້າ​ທາຍ​ຕ່າງໆ, ​ເຊິ່ງຝ່າຍ​ຕ່າງໆຕ້ອງ​ຮ່ວມ​ກັນ​ພະຍາຍາມ​ຮັກສາ​ພາບ​ລວມຂອງ​ການ​ພົວພັນສອງ​ຝ່າຍ. ສິງກະ​ໂປ​ແມ່ນ​ປະ​ເທດ​ໄກ່​ເກ່ຍສາຍ​ພົວພັນ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ, ​ເຊິ່ງຈີນ​ຍິນ​ດີ​ຮ່ວມ​ກັບ​ສິງກະ​ໂປ​ແລະ​ປະ​ເທດ​ຕ່າງໆ​ໃນ​ອາ​ຊຽນ, ກຳຈັດ​ສິ່ງ​ກີດຂວາງ​ຕ່າງໆ, ກຳ​ທິດ​ທາງ​ການພັດທະນາ​ສາຍ​ພົວພັນ​ລະ​ຫວ່າງສອງ​ຝ່າຍ​ຢ່າງ​ຖືກຕ້ອງ. ສອງ​ຝ່າຍ​ຄວນ​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ລົງ​ເລິກ​ການ​ຮ່ວມ​ມື​​ແບບຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປ​ະ​ໂຫຍ​ດ, ຮັກສາ​ຄວາມ​ໝັ້ນ​ຄົງຂອງ​ພາກ​ພື້ນ, ຮ່ວມ​ກັນ​ສ້າງ​ປະຊາ​ໂຄມ​ຮ່ວມ​ຊາຕາກຳ​ໃຫ້ແໜ້ນ​ແຟ້ນກວ່າ​ເກົ່າ.

ທ່ານ​ວິ​ວຽນກ່າວ​ວ່າ, ​ໃນ​ພາບ​ລວມ​ແລ້ວສາຍ​ພົວພັນ​ລະຫວ່າງ​ຈີນ​ກັບ​ອາ​ຊຽນຂະຫຍາຍ​ຕົວ​ໂດຍ​ດີ​ແລະ​ເຖິງ​ວ່າ​ມີ​ການ​ທ້າ​ທາຍ, ​ແຕ່​ບໍ່​ຄວນໃຫ້​​ເກີດຄວາມຂັດ​ແຍ້​ງທີ່​ກີດຂວາງບາດກ້າວ​ພັດທະນາ​ສາຍ​ພົວພັນ​ລະຫວ່າງ​ສອງ​ຝ່າຍ. ສິງກະ​ໂປ​ຍິນ​ດີ​​ເພີ່ມ​ຄວາມ​ພະຍາຍາມ​ຮ່ວມ​ກັນ​ກັບ​ຈີນ, ຊຸກຍູ້​ໃຫ້​ກອງ​ປະຊຸມ​ລັດຖະມົນຕີ​ຕ່າງປະ​ເທດ​ເທື່ອ​ນີ້​ໄດ້​ຮັບ​ຄວາມ​ຄືບ​ໜ້າ, ​ເພື່ອສົ່ງ​ສັນຍານ​ຕໍ່​ພາຍ​ນອກ​ໃຫ້​ຮູ້​ການ​ລົ​ງ​ເລິກ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ