ປະທານ​ປະ​ເທດ​ຈີນ​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຄຳນັບ​ຂອງຜູ້​ຊ່ວຍ​ວຽກ​ງານ​ຄວາມ​ປອດ​ໄພ​​ແຫ່ງ​ຊາດຂອງ​ປະທານາທິບໍດີ​ອາ​ເມ​ລິ​ກາ
2016-07-26 15:45:32  cri 
ວັນ​ທີ 25 ກໍລະກົດ​ນີ້, ທ່ານ​ສີ​ຈິ້ນ​ຜີ​ງ ປະທານ​ປະ​ເທດ​ຈີນ​ໄດ້ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຄຳນັບ​ຂອງ​ທ່ານ​ນາງ​ສຸ​ຊັນ ​ໄລ​ສ໌ ຜູ້​ຊ່ວຍວຽກ​ງານ​ຄວາມ​ປອດ​ໄພ​​ແຫ່​ງຊາດຂອງ​ປະທາ ນາທິບໍດີອາ​ເມ​ລິ​ກາຢູ່​ຫໍ​ສະພາ​ປະຊາຊົນ​​ແຫ່ງ​ຊາດຈີນ.

ທ່ານ​ສີ​ຈິ້ນ​ຜີ​ງກ່າວ​ເນັ້ນ​ວ່າ, ຈີນ​ແລະ​ອາ​ເມ​ລິ​ກາ​ຄວນ​ສຸມ​ໃສ່ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ. ​ເປົ້າ​ໝາຍ​ການ​ພັດທະນາ​ຂອງ​ຈີນ​ກໍ​ຄື​ເຮັດ​ໃຫ້​ປະຊາຊົນ​ຈີນ 1 ຕື້ 300 ລ້ານ​ຄົນ​ສາມາດ​ດຳລົງ​ຊີ​ວິດ​ເປັນ​ຢ່າງ​ດີ. ຈີນ​ຈະ​ບໍ່​​ເດີນຕາມ​ເສັ້ນທາງ​​ເປັນ​ເຈົ້າມະຫາ​ອຳນາດ​ພາຍຫຼັງ​ປະ​ເທດ​ຕົນ​ເຂັ້ມ​ແຂງຂຶ້ນ, ກໍ​ບໍ່​ມີ​​ເຈດ​ຕະນາ​ທ້າ​ທາຍ​ລະບຽບ​ການ​ສາກົນ​​ໃນ​ປັດຈຸບັນ. ຈີນ​ແລະ​ອາ​ເມ​ລິ​ກາ​ມີ​ຜົນ​ປະ​ໂຫຍ​ດຮ່ວມ​​ຫຼາຍ​ກວ່າ​ຄວາມ​ຂັດ​ແຍ້​ງກັນ​ແລະ​ກໍ​ມີ​ຫຼາຍໆ, ບ່ອນ​ທີ່​ຕ້ອງການ​ຮ່ວມ​ມື​ແລະ​ສາມາດ​ຮ່ວມ​ມື​ກັນ. ສອງ​ຝ່າຍ​ຄວນ​ຄວບ​ຄຸມ​ຄວາມ​ຂັດ​ແຍ້ງກັນ​ຢ່າງ​ມີ​ປະສິດທິ​ຜົນ, ​ແລະ​ເຄົາລົບ​ນັບຖື​ຜົນ​ປະ​ໂຫຍ​ດ​ໃຈກາງຂອງກັນ​.

ທ່ານ​ສີ​ຈິ້ນ​ຜີ​ງຊີ້​ອອກ​ວ່າ, ພາຍ​ໃຕ້​ສະຖານະ​ການ​ໃນ​ປັດຈຸບັນ, ​ໃນ​ຖານະ​ເປັນ​ກຸ່ມເສດຖະກິດ​ໃຫຍ່​ອັນ​ດັບ​ທີ​ໜຶ່ງ​ແລະ​ອັນ​ດັບ​ທີ​ສອງ, ອາ​ເມ​ລິ​ກາ​ແລະ​ຈີນ​ຄວນ​ດຳ​ເນີນ​ການ​ຮ່ວມ​ມື​ຢ່າງ​​ແໜ້ນ​​ແຟ້ນ, ຮ່ວມ​ກັນ​ຊຸກຍູ້​ກອງ​ປະຊຸມ​ສຸດ​ຍອດ​ກຸ່ມ 20 ປະ​ເທດ​ຫຼື G20 ຫັງ​ໂຈ່​ວ​​ໃຫ້ໄດ້​ຮັບ​ໝາກຜົນທີ່​ດີ, ສົ່ງ​ຄວາມ​ໝັ້ນ​ໃຈ​ຕໍ່​ທົ່ວ​ໂລກ​ແລະເພີ່ມພະລັງ​ຊຸກຍູ້ໃຫ້​​ເສດຖະກິດ​​ໂລກ​ພັດທະນາເຕີບ​ໂຕ.

ທ່ານ​ນາງ​ໄລ​ສ໌ກ່າວ​ວ່າ, ທ່ານ​ບາຣັກ ​ໂອ​ບາ​ມາ​​ເຫັນ​​ໂດຍ​ຕະຫຼອດວ່າ, ສາຍ​ພົວພັນ​ລະຫວ່າງ​ອາ​ເມ​ລິ​ກາ​ກັບ​ຈີນ​ແມ່ນ​ສາຍ​ພົວພັນ​ສອງ​ຝ່າຍ​ທີ່​ສຳຄັນ​ທີ່​ສຸດ​ໂລກ​​ໃນ​ປັດຈຸບັນ. ຂະນະ​ທີ່ຈີນ​ພັດທະນາ​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຂອງ​ອາ​ເມ​ລິ​ກາ. ​ແນວ​ໃດ​ກໍ​ດີອາ​ເມ​ລິ​ກາ​​ເຫັນ​ດີສອງ​ຝ່າຍ​ເພີ່ມ​ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ໂດຍ​ຜ່ານການ​ທຳ​ຄວາມ​ພະຍາຍາມ​ຮ່ວມ​ກັນ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ທີ່​ແທ້​ຈິງ​ແລະ​ເຮັດ​ໃຫ້ການ​ຮ່ວມ​ມື​ດັ່ງກ່າວ​ກາຍ​ເປັນສິ່ງ​ທີ່​ຄ້ຳປະກັນ​ຄວາມ​ໝັ້ນຄົງ​ຂອງ​​ສາຍ​ພົວພັນ​ລະຫວ່າງສອງ​ປະ​ເທດ, ຍິນ​ດີ​ແລກປ່ຽນກັບ​ຈີນ​ຢ່າງ​ໃກ້ຊິດ​​ເພື່ອ​ຄວບ​ຄຸມ​ຄວາມ​ຂັດ​ແຍ້​ງກັນ​ຢ່າງ​ມີ​ປະສິດທິ​ຜົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ