ກອງ​ປະຊຸມ​ລະດັບ​ລັດຖະມົນຕີຕ່າງປະເທດ​ອາ​ຊຽນຄັ້ງ​ທີ 49 ອອກ​ຖະ​ແຫຼ​ງການ​ຮ່ວມ
2016-07-26 10:09:19  cri 
  ວັນ​ທີ 25 ກໍລະກົດ​ນີ້, ກອງ​ປະຊຸມ​ລະດັບ​ລັດຖະມົນຕີ​ຕ່າງປະເທດອາ​ຊຽນຄັ້ງ​ທີ 49 ທີ່​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ວຽງ​ຈັນ ສປປ ລາວ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ​ໂດຍ​ເນັ້ນ​ອາ​ຊຽນຈະ​ຈັດ​ຕັ້ງປະຕິບັດ​ "ວິ​ໄສ​ທັດ​ປະຊາ​ຄົມ​ອາ​ຊຽນ 2025" ຢ່າງຮອບ​ດ້ານ​ແລະ​ມີ​ປະສິດ​ທະ​ຜົນ ​ເພື່ອ​ສ້າງ​ປະຊາ​ຄົມ​ອາ​

   ຖະ​ແຫຼ​ງການ​ລະບຸ​ວ່າ, ປະ​ເທດສະມາ​ຊິກ​ອາ​ຊຽນ​ຢ້ຳຈະ​ສືບ​ຕໍ່​ຮັກສາ​ແລະ​ຊຸກຍູ້​ສັນຕິພາບ, ຄວາມ​ໝັ້ນຄົງ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ໂດຍ​ອີງ​ຕາມ​ລະບຽບ​ສາກົນ​ລວມທັງ "ສົນທິສັນຍາ​ສະຫະ​ປະຊາ​ຊາດ​ວ່າ​ດ້ວຍ​ກົດໝາຍ​ທະ​ເລ", ​ແກ້​ໄຂ​ຂໍ້​ຂັດ​ແຍ້​ງກັນ​ດ້ວຍ​ສັນຕິ​ວິທີ​​ໂດຍບໍ່​ນຳ​ໃຊ້​ຫຼື​ຂົ່ມຂູ່​​ຈະນຳ​ໃຊ້ກຳລັງ​ອາວຸດ.

  ຖະ​ແຫຼງການ​ໄດ້​ຍົກ​ໃຫ້​ເຫັນ​ສິ່ງ​ທ້າ​ທາຍ​ທີ່​ປະຊາ​ຄົມ​ອາ​ຊຽນຜະ​ເຊີນ​ຈາກ 3 ດ້ານ​ຄື ປະຊາ​ຄົມ​ການ​ເມືອງ-ຄວາມ​ໝັ້ນຄົງ, ປະຊາ​ຄົມ​ເສດຖະກິດ​ແລະ​ປະຊາ​ຄົມ​ວັດທະນະທຳ-ສັງຄົມ​ທັງຊີ້​ທິດ​ທາງ​ແລະ​ຫຼັກການ​ໃນ​ການຮັບ​ມື​ແລະ​ໄຂ​ແກ້​ບັນຫາ​​ເຫຼົ່າ​ນີ້.

  ສຳລັບ​ບັນຫາ​ທະ​ເລ​ຈີນ​ໃຕ້, ຖະ​ແຫຼ​ງການ​​ເນັ້ນ​ຄວນ​ຈັດ​ຕັ້ງປະຕິບັດ "ຖະ​ແຫຼ​ງການ​ແຫ່ງການ​ປະພຶດ​ຂອງ​ບັນດາ​ຝ່າຍ​ໃນ​ທະ​ເລ​ຈີນ​ໃຕ້" ຢ່າງຮອບດ້ານ​ແລະ​ມີ​ປະສິດທິຜົນ​ໂດຍ​ຝ່າຍ​ຕ່າງໆ​ຄວນ​ບັນລຸ "ກົດ​ລະບຽບແຫ່ງ​ການ​ປະພຶດຢູ່​ທະ​ເລ​ຈີນ​ໃຕ້" ທີ່​ມີ​ປະສິດທິ​ຜົນໂດຍ​ໄວ. ​ແນວ​ໃດ​ກໍ​ດີ, ​ອາ​ຊຽນຢ້ຳຄວນ​ສ້າງ​ໂທລະສັບ​ສາຍ​ດ່ວນ​ລະຫວ່າງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ໂດຍ​ໄວ​ເພື່ອ​ຄວບ​ຄຸມ​ເຫດ​ການສຸກ​ເສີນ​ຢູ່​ທະ​ເລ​ຈີນ​ໃຕ້​ຢ່າງ​ມີ​ປະສິດທິ​ຜົນ ທັງ​ຄອງ​ຄອຍ​ຝ່າຍ​ຕ່າງໆ​ບັນລຸ​ຖະ​ແຫຼ​ງ ການຮ່ວມ​ກ່ຽວ​ກັບ​ການ​ປະຕິບັດ "ກົດ​ແຫ່ງ​ການ​ປະສົບ​ຢ່າງ​ບັງ​ເອີນ​ຢູ່​ເທິງ​ທະ​ເລ".
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ