ຈີນ​​ແລະ​ອາ​ຟຼິກາ​ຄົ້ນ​ຫາ​ການ​ຮ່ວມ​ມືແບບ​ໃໝ່​​ເພື່ອຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​​ໂຫຍ​ດ
2016-07-30 15:22:11  cri 

ວັນ​ທີ 29 ກໍລະກົດ​ນີ້, ​ໃນ​ເວລາ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຜູ້​ປະສານ​ງານການຈັດ​ຕັ້ງ​ປະຕິ​ບັດ​ຜົນກອງ​ປະຊຸມ​ສຸດ​ຍອດ​ໂຈ​ຮານ​ເນສ​ເບີກ​ຂອງ​ເວທີເປິກສາຫາລື​ການ​ຮ່ວມ​ມື​ຈີນ-​ອາ​ຟຼກາ​ຫຼື​ FOCAC ທີ່​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ, ທ່ານ​ວາງຢີ້ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ຢືນຢັນ​ຕໍ່​ສື່​ມວນ​ຊົນ​ວ່າ: ກອງ​ປະຊຸມ​ຄັ້ງ​ນີ້​ມີຂະໜາດ​ໃຫຍ່​, ລະດັບສູງ​ແລະ​ໄດ້​ຮັບ​ໝາກ​ຜົນ​ເຊິ່ງລ້ວນ​ແຕ່​ລື່ນ​ຄາດ​ໝາຍ, ປະ​ເທດ​ຕ່າງໆ​ໃນ​ອາ​ຟຼິກາມີ​ເຈົ້າ​ໜ້າ​ທີ່​ລະດັບ​ລັດຖະມົນຕີ 100 ກວ່າທ່ານ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ແລະກາ​ຍ​ເປັນ​ກອງ​ປະຊຸມ​ຂະໜາດ​ໃຫຍ່​​ແຫ່ງ​ການ​ຮ່ວມ​ມື​ລະຫວ່າງ​ຈີນ-​ອາ​ຟຼິກາ.

ທ່ານ​ວາງຢີ້ກ່າວ​ວ່າ: ການ​ຮ່ວມ​ມື​ໃຕ້​ໃຕ້​ລະຫວ່າງ​ຈີນ​-​ອາ​ຟຼິກາ​ມີ​ພະລັງ​ຊີ​ວິດ​ທີ່​ເຂັ້ມ​ແຂງ​, ​ແລະພວມຄົ້ນ​ຫາຮູບ​ແບບ​ໃໝ່​​ເພື່ອ​ໃຫ້ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ. ກ່ອນ​ແລະ​ຫຼັງ​ກອງ​ປະຊຸມ​ຜູ້​ປະສານ​ງານ​ຄັ້ງ​ນີ້, ຈີນ​ກັບ​ອາ​ຟຼິກາ​ໄດ້​ເຊັນ​ສັນຍາ​ຮ່ວມ​ມື​ຫຼາຍໆ​ສະບັບ, ​ໂດຍສ່ວນ​ຫຼາຍ​ແມ່ນ​ການ​ຮ່ວມ​ມື​​ໃນ​ການ​ລົງທຶນ. ສາມາດ​ເວົ້າ​ໄດ້​ວ່າ, ​ເມື່ອທຽບ​ໃສ່​ການ​ຊ່ອຍ​ເຫຼືອ, ການ​ຮ່ວມ​ມື​ການ​ລົງທຶນ​ພວກ​ກາຍ​ເປັນ​ກຳລັງຍູ້​ດັນ​ໃໝ່​ທີ່​ຊຸກຍູ້​ການ​ຮ່ວມ​ມື​ຈີນ-​ອາ​ຟຼິກາ​ໃຫ້​ຂະຫຍາຍຕົວ,​ເຊິ່ງ​ເປັນ​ຮູບ​ແບບການ​ຮ່ວມມືໃໝ່ທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ,ຈະຊຸກຍູ້ການພົວພັນເສດຖະກິດການຄ້າລະຫວ່າງຈີນ-ອາຟຼິກາ​ໃຫ້​ກ້າວ​ສູ່ລະດັບ​ໃໝ່ແລະເຂົ້າສູ່ໄລຍະໃໝ່,​ແລະ​ຈະ​ມີອະນາຄົດການພັດທະນາອັນກວ້າງຂວງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ