ກອງ​ປະຊຸມ​ສຸດ​ຍອດ G20 ຈະ​​ເລັ່ງສ້າງ​ເສດຖະກິດ​ໂລກ​ເຕີບ​ໂຕ
2016-08-01 10:15:46  cri 
  ກອງ​ປະຊຸມ​ສຸດ​ຍອດ​​ກຸ່ມ 20 ປະ​ເທດ​ຫຼື G20 ຈະ​ຈັດ​ຂຶ້ນ​ຢູ່​ເມືອງ​ຫັງ​ໂຈ່​ວ​ແຂວງ​ເຈີ້​ຈ່ຽງ ສປ ຈີນ​ໃນ​ວັນ​ທີ 4-5 ກັນຍາ​ໜ້າ​ນີ້. ຂະນະ​ທີ່​ກ່ອນ​ໜ້າ​ນີ້​ໄດ້​ຈັດ​ກອງ​ປະຊຸມ​ລະ​ດັບ​ລັດຖະມົນຕີ​ການ​ເງິນ​ແລະ​ຜູ້​ວ່າການ​ທະນາຄານກາງ 3 ​ເທື່ອ​ແລະ​ກອງ​ປະຊຸມ​ຮອງລັດຖະມົນຕີ​ກະຊວງ​ການ​ເງິນ​ແລະ​ຮອງ​ຜູ້​ວ່າການ​ທະນາຄານກາງ 4 ​ເທື່ອ ​ເພື່ອວາງ​ນະ​ໂຍບາຍໃຫ້​ແກ່​ການຊຸກຍູ້ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ໂລກ ​ໂດຍ​ໃນກອງ​ປະຊຸມ​ລະ​ດັບ​ລັດຖະມົນຕີ​ການ​ເງິນ​ແລະ​ຜູ້​ວ່າການ​ທະນາຄານ​ກາງໄດ້​ບັນລຸ​ໝາກຜົນ​ທີ່​ສຳຄັນ​ເປັນ​ຕົ້ນ​ນຳ​ສະ​ເໜີ​ການວາງ​ແຜນຈາກ​ຂັ້ນ​ເທິງ​ໃຫ້​ແກ່​ການ​ປະຕິ​ຮູບ​ໂຄງປະ​ກອບ​ໂດຍ​ໄດ້ກຳນົດ​ 9 ຂົງ​ເຂດ​ບູລິ​ມະ​ສິດ​ແລະຫຼັກ ການ​ຊີ້​ນຳ 48 ຂໍ້ ​ເຊິ່ງ​ເປັນ​ຜົນ​ດີ​ຕໍ່​ການ​ບັນລຸ​ການ​​ເຕີບ​ໂຕ​ຂອງ​ເສດຖະກິດ​ທີ່​ເຂັ້ມ​ແຂງ, ຍືນຍົງ​ແລະດຸນ​ດ່ຽງ.

  ​ແນວ​ໃດ​ກໍ​ດີ, ຈາກ​ການ​ຊຸກຍູ້​ຂອງ​ຈີນ, G20 ສັນຍາ​ວ່າ​ຈະ​ນຳ​ໃຊ້​ມາດ​ຕະການ​ຢ່າງ​ຕັ້ງໜ້າ​ເພື່ອ​ຊຸກຍູ້​ການ​ລົງທຶນ​ພັດທະນາ​ພື້ນຖານ​ໂຄງ​ລ່າງ, ​ເປີດ​ກວ້າງ​ຄວາມ​ຕ້ອງການລວມ​ຂອງ​ທົ່ວ​ໂລກ ທັງ​ສ້າງພື້ນຖານ​ໃຫ້​ແກ່​ການ​ເຕີບ​ໂຕ​ຂອງ​ເສດຖະ ກິດໃນ​ໄລຍະ​ກາງ​ແລະ​​ຍາວ. ນອກ​ນີ້, ຝ່າຍ​ຕ່າງໆ​ຍັງ​ໄດ້​ຮັບຮອງ "ຂໍ້​ລິ​ເລີ່​ມຂອງສະຫະພັນການ​ເຊື່ອມ​ຈອດພື້ນຖານ​ໂຄງ​ລ່າງ​ທົ່ວ​ໂລກ" ທັງ​ສົ່ງ​ເສີມ​ໃຫ້​ພາ​ກສ່ວນ​ເອກະ​ຊົນ​ລົງທຶນພັດທະນາ​ພື້ນຖານ​ໂຄງ​ລ່າງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ