6 ​ເດືອນຕົ້ນ​ປີ​ນີ້​ຈີນ​ມີ​ລາຍ​ຮັບຈາກ​ການທ່ອງທ່ຽວ 2250 ຕື້​ຢວນ
2016-08-02 16:10:34  cri 
ວັນ​ທີ 1 ສິງຫາ​ນີ້, ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຈີນ​ໄດ້​ປະກາດ​ບົດ​ລາຍ​ງານ​ຕົວ​ເລກ​ຕິ​ການທ່ອງທ່ຽວ​ໃນ 6 ​ເດືອນ​ຕົ້ນ​ປີ 2016 ວ່າ, ຕະຫຼາດ​ທ່ອງ​ທ່ຽວ​​ຈີນ​​​ໄດ້​ຂະຫຍາຍ​ຕົວຢ່າງ​ໝັ້ນ​ທ່ຽງ. ​ໃນ​ນັ້ນ, ນັກ​ທ່ອງ​ທ່ຽວ​ຈີນ​ທ່ຽວ​ພາຍ​ໃນ​​ມີ 2 ຕື້ 236 ລ້ານ​ເຄື່ອຄົນ, ​ທຽບ​ໃສ່​​ໄລຍະ​ດຽວ​ກັນຂອງ​ປີຜ່ານມາ​ເພີ່ມ​ຂຶ້ນ 10,47%, ຂະນະ​ທີ່ນັກ​ທ່ອງ​ທ່ຽວ​ຈີນ​ໄປ​ທ່ຽວ​ຕ່າງປະ​ເທດ 127 ລ້ານ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ 4,1%. ຈາກ​ນີ້​ຈຶ່ງ​ເຮັດ​ໃຫ້ຂະ​ແໜງ​ການທ່ອງທ່ຽວ​ລວມ​ໄດ້​ບັນລຸ​ລາຍ​ຮັບ 2250 ຕື້​ຢວນ, ​ເພີ່ມ​ຂຶ້ນ 12,4%.

ບົດ​ລາຍ​ງານຄາດ​ຄະ​ເນວ່າ, ​ໃນ 6 ​ເດືອນ​ທ້າຍ​ປີ​ນີ້, ຂະ​ແໜງ​ການທ່ອງທ່ຽວ​ຈີນ​ຍັງ​ຈະ​ເຕີບ​ໂຕ​ສູງ​ກວ່າ 10%, ​ໂດຍ​ຈະ​ມີນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ມາ​ທ່ຽວ​ປະ​ເທ​ດຈີນ​​ເພີ່ມ​ຂຶ້ນ 4%, ​ແລະນັກ​ທ່ອງ​ທ່ຽວຈີນ​ໄປ​ທ່ຽວ​ຕ່າງປະ​ເທດ​ກໍ່​ຈະ​ເພີ່ມ​ຂຶ້ນ​ປະມານ 4%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ